ໄຊຍະບູລີສຳຫຼວດ ກຽມກໍ່ສ້າງສະໜາມບິນ

50

ໃນວັນທີ 11 ກໍລະກົດ 2023 ທີ່ຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ  ແລະ ພົຈວ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງກວດກາສະຖານທີ່ທີ່ຈະກໍ່ສ້າງ ສະໜາມບິນຢູ່ເມືອງທົ່ງມີໄຊ.

อาจเป็นรูปภาพของ 15 คน และ ต้นไม้

ໂດຍສະຖານທີ່ຈະກໍ່ສ້າງສະໜາມບິນຕັ້ງຢູ່ຂອບເຂດ ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ມີເນື້ອທີ່ 19.739 ຕາແມັດ, ພື້ນທີ່ດິນດັ່ງກ່າວເປັນດິນທີ່ລັດຄຸ້ມຄອງ, ໂດຍມີຈຸດປະສົງເພື່ອຈະສ້າງໃຫ້ເປັນສະໜາມບິນຮອງຮັບການຂຶ້ນ-ລົງຂອງຍົນໃນການຂົນສົ່ງອຸປະກອນທາງການທະຫານໄດ້ສະດວກ ແລະ ວ່ອງໄວ.

อาจเป็นรูปภาพของ 5 คน

ຫຼັ້ງຈາກນັ້ນ, ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ກວດກາເບິ່ງນໍ້າລິນຢູ່ຄ້າຍທະຫານກອງຮ້ອຍ 2 ຂຶ້ນກັບກອງພັນ 411 ກອງບັນຊາການທະຫານແຂວງໄຊຍະບູລີ, ການກໍ່ສ້າງໄດ້ເລີ່ມລົງມືແຕ່ທ້າຍເດືອນ ພຶດສະພາ 2023 ຮອດປະຈຸບັນການກໍ່ສ້າງແມ່ນສໍາເລັດ 100%, ມີຄວາມຍາວແຕ່ຫົວງານຫາອ່າງເກັບນໍ້າ 1.000 ກວ່າແມັດ, ມີ 2 ອ່າງເກັບນໍ້າ, ແຕ່ລະອ່າງ ມີຂະໜາດ 2 ຄູນ 2,5 ແມັດ, ສູງ 1,5 ແມັດ, ນໍ້າດັ່ງກ່າວແມ່ນພຽງພໍກັບຄວາມຕ້ອງການຂອງຄ້າຍທະຫານ, ນອກຈາກນໍາໃຊ້ເຂົ້າໃນການບໍລິໂພກແລ້ວຍັງສາມາດນໍາໃຊ້ເຂົ້າໃນການຜະລິດໄດ້ຕື່ມອີກ, ມູນຄ່າການກໍ່ສ້າງທັງໝົດເກືອບ 60 ລ້ານກີບ.

อาจเป็นรูปภาพของ 9 คน

ໂດຍ: ວາລະສານຄວາມສະຫງົບ