ດວງເຮັງ ຈາກຄົນເກັບປີ້ສູ່ເສດຖີ 1.200.000.000

15

ເສດຖີຄົນໃໝ່ຖືກເລກງວດຫຼ້າສຸດນີ້ໄດ້ໄປຮັບເງິນເປັນທີ່ຮຽບຮ້ອຍແລ້ວ ຖືວ່າເປັນການປ່ຽນແປງຄັ້ງໃຫຍ່ໃນຊີວິດເລີຍ ພາຍຫຼັງເລກກົບໃຫ້ໂຊກເພິ່ນເຕັມໆ 1.200.000.000 ກີບ.

May be an image of 5 people and text

ບູຮານວ່າແຂ່ງຫຍັງແຂ່ງໄດ້ແຕ່ບໍແມ່ນແຂ່ງບຸນວາດສະໜາ ມັນແມ່ນອີຫຼີເດີ້ທຸກຄົນ ເບິ່ງເລື່ອງມະຫັດສະຈັນທີ່ເກີດກັບຊາຍໄວກາງຄົນ ຜູ້ຢຶດຖືອາຊີບຮັບຈ້າງເລາະເກັບປີ້ ຢູ່ຕະຫລາດເຊທ່າມວກ ເມືອງພີນ ແຂວງສະຫວັນນະເຂດ ຢູ່ໆໄປຊື້ຫວຍໃບດຽວໝົດເງິນໄປ 12.000 ກີບ ກາຍເປັນວ່າຖືກເລກ 6 ໂຕ 3000 ໃນງວດທີ່ອອກເລກກົບ ງວດວັນທີ 10/7/2023 ໄດ້ເງິນໄປແບບງ່າຍດາຍມູນຄ່າ 1.200.000.000 ກີບ ວ້າວໆເຊື່ອເລີຍທຸກຄົນຢາກໃຫ້ມີວັນນັ້ນ.

May be an image of 2 people and text
ແຕ່ເວົ້າແບບນີ້ບໍ່ແມ່ນວ່າໃຫ້ທຸກຄົນໄປເມົາມົວນຳຫວຍນຳໃບເດີ້ ເພາະວ່າ ເວົ້າເລື່ອງສ່ຽງດວງບໍ່ອີຫຼີກໍ່ບໍຖືກ ຈັ່ງວ່າແຂ່ງບຸນວາດສະໜາບໍໄດ້ ແຕ່ກໍ່ສະແດງຄວາມຍິນດີນຳຜູ້ເພິ່ນໄດ້ 1.200.000.000 ຂໍໃຫ້ນຳໃຊ້ທຶນກ້ອນນີ້ໄປຕໍ່ຍອດຊີວິດໃຫ້ເກີດດອກອອກຜົນໃນຊີວິດຕໍ່ໄປ.

May be an image of ticket stub and text