ໄຊຍະບູລີຄາດປີນີ້ຈະເກັບລາຍຮັບໄດ້ລື່ນແຜນ ຫຼັງເຫັນຜົນ 6 ເດືອນ ໄດ້ຫຼາຍຫຼາຍກວ່າ 60%

19

ໃນພິທີປະກາດການຈັດຕັ້ງພະນັກງານອອກພັກຜ່ອນຮັບອຸດໜູນບໍານານຂອງພາສີ ປະຈໍາແຂວງໄຊຍະບູລີ, ໃນວັນທີ 3 ກໍລະກົດ 2023 ຜ່ານມາ, ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງໄຊຍະບູລີ, ໄດ້ຜ່ານຜົນການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບລາຍຈ່າຍໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສູ້ຊົນປະຕິບັດເກັບລາຍຮັບໃນ 6 ເດືອນທ້າຍປີ 2023.

ໂດຍທ່ານໄດ້ກ່າວວ່າ: ໃນ 6 ເດືອນຕົ້ນປີ 2023 ທົ່ວແຂວງໄຊຍະບູລີ ສາມາດເກັບລາຍຮັບໄດ້ 948,60 ຕື້ກີບເທົ່າກັບ 62,62% ຂອງແຜນການປີ ເທົ່າກັບ 101,86% ຂອງແຜນການ 6 ເດືອນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 178,47%; ລາຍຮັບພູດສູນກາງປະຕິບັດໄດ້ 596,80 ຕື້ກີບເທົ່າກັບ 59,09% ຂອງແຜນການປີ ເທົ່າກັບ 95,31% ຂອງແຜນການ 6 ເດືອນ ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 136,61%; ລາຍຮັບຂອງແຂວງທົງໝົດປະຕິບັດໄດ້ 351,80 ຕື້ກີບເທົ່າກັບ 69,70% ຂອງແຜນການປີເທົ່າກັບ 115,34% ຂອງແຜນການ 6 ເດືອນຕົ້ນປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 373,26%.

ໃນນັ້ນ, ລາຍຮັບສ່ວຍສາອາກອນປະຕິບັດໄດ້ 215,70 ຕື້ກີບ ເທົ່າກັບ 49% ຂອງແຜນການປີ ເທົ່າກັບ 80,97% ຂອງແຜນການ 6 ເດືອນ ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 251,04%; ລາຍຮັບຊັບສິນຂອງລັດປະຕິບັດໄດ້ 136,10 ຕື້ກີບເທົ່າກັບ 212,02% ຂອງແຜນການປີ ເທົ່າກັບ 352,59% ຂອງແຜນການ 6 ເດືອນຕົ້ນປີ ທຽບໃສ່ໄລຍະດຽວຂອງປີຜ່ານມາເທົົ່າກັບ 1,635,81%. ຍອດຄ່າພາກຫຼວງຫົວໜ່ວຍສູນກາງມອບໃຫ້ລາຍຮັບ 11 ເມືອງປະຕິບັດໄດ້ 30,63 ຕື້ກີບເທົ່າກັບ 61,07% ຂອງແຜນການປີ.

 

ລາຍຮັບອ້ອມຂ້າງແຂວງປະຕິບັດໄດ້ 321,17 ຕື້ກີບ ເທົ່າກັບ 142,53% ຂອງແຜນການປີ, ລາຍຮັບຈາກຫົວໜ່ວຍສູນກາງມອບໃຫ້ 13 ຫົວໜ່ວຍປະຕິບັດໄດ້ 163,24 ຕື້ກີບເທົ່າກັບ 59,42%; ສ່ວຍສາອາກອນປະຕິບັດໄດ້ 59,48 ຕື້ກີບ, ຊັບສິນປະຕິບັດໄດ້ 103,85 ຕື້ກີບ.

ສ່ວນດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 235,48 ຕື້ກີບ ເທົ່າກັບ 56,24% ຂອງແຜນການປີ ເທົ່າກັບ 78,61% ຂອງແຜນການ 6 ເດືອນຕົ້ນປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 95,93% ແລະ ແຜນຄາດຄະເນ 6 ເດືອນ ທ້າຍປີ 2023 ຈະເກັບລາຍຮັບໃຫ້ໄດ້ 640,13 ຕື້ກີບກວມເອົາ 42,26% ຂອງແຜນການປີຄາດຄະເນໝົດປີ 1.588,84 ຕື້ກີບ ເທົ່າກັບ 104,89% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າ 132,64%.

ໂດຍ: ກະຊວງການເງິນ