ເດືອນພຶດສະພາອັດແລກປ່ຽນເງິນກີບທຽບໃສ່ໂດລາ ເພີ່ມຂຶ້ນເກືອບ 5%

95

ເຊື່ອວ່າຫຼາຍຄົນທີ່ຕິດຕາມສະພາບເສດຖະກິດຈະຮູ້ດີການປ່ຽນແປງຂຶ້ນ-ລົງຂອງເລດເງິນຢູ່ປະເທດເຮົາ ຕາມລາຍງານຂອງຂອງລັດຖະບານ ສະເລ່ຍໃນເດືອນພຶດສະພາ ສ່ວນຕ່າງອັດຕາແລກປ່ຽນໃນລະບົບທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ເງິນກີບທຽບເງິນໂດລາ ຢູ່ໃນລະດັບ 4,99% ແລະ ເງິນກີບທຽບເງິນບາດ ຢູ່ໃນລະດັບ 3,13%.

ไม่มีคำอธิบาย

ຕາມການລາຍງານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 26 ມິຖຸນາ 2023 ວ່າ: ກ່ຽວກັບລະບົບການເງິນ ລັດໄດ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໂດຍການກຳນົດອັດຕາແລກປ່ຽນອ້າງອີງປະຈຳວັນຂອງ ທຫລ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດ ກໍານົດອັດຕາແລກປ່ຽນຂອງຕົນຕາມຂອບທີ່ກຳນົດໄວ້ ແນໃສ່ເຮັດໃຫ້ອັດຕາແລກປ່ຽນເໜັງຕີງສອດຄ່ອງດຸນຍະພາບທາງດ້ານເສດຖະກິດເງິນຕາ.

4 ​ເດືອນ ຕົ້ນ​ປີ ອັດ​ຕາ​ແລກປ່ຽນ​ເງິນ​ກີບ​

ອັດຕາແລກປ່ຽນ ສະເລ່ຍໃນເດືອນພຶດສະພາ 2023 ທຽບໃສ່ທ້າຍປີ 2022 ເຫັນວ່າ ເງິນກີບມີທ່າອ່ຽງອ່ອນຄ່າ ເງິນກີບທຽບເງິນໂດລາ ໃນລະບົບທະນາຄານ ອ່ອນຄ່າ 1,41% (ຈາກ 17.312,27 ກີບໂດລາ ມາເປັນ 17.599,16 ກີບໂດລາ), ນອກລະບົບ ອ່ອນຄ່າ 5,5% (ຈາກ 17.421,67 ກີບໂດລາ ມາເປັນ 18.434,89 ກີບ/ໂດລາ);

ອາໄສຄວາມຮັກແພງ ຢືມເງິນຫຼາຍຕື້ ຖືກຕັດສິນຖານສໍ້ໂກງຊັບ | ຂ່າວເດັ່ນ

ໃນຂະນະທີ່ເງິນກີບທຽບເງິນບາດ ໃນລະບົບທະນາຄານ ອ່ອນຄ່າ 4,26% (ຈາກ 502,75 ກີບ/ບາດ ມາເປັນ 525,11 ກີບ/ບາດ), ນອກລະບົບ ອ່ອນຄ່າ 6,89% (ຈາກ 504,25 ກີບ/ບາດ ມາເປັນ 541,55 ກີບ/ບາດ).

เปิดรูปภาพ

ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ໃນໄລຍະຕົ້ນປີ ຫາ ກາງເດືອນເມສາ ສະເລ່ຍຕໍ່າກວ່າ 2%, ນັບແຕ່ກາງເດືອນເມສາ ເຫັນວ່າ ສ່ວນຕ່າງອັດຕາແລກປ່ຽນແມ່ນພຸ່ງສູງຂຶ້ນຫຼາຍເກີນ 2% ສະເລ່ຍໃນເດືອນພຶດສະພາ ສ່ວນຕ່າງອັດຕາແລກປ່ຽນໃນລະບົບທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ເງິນກີບທຽບເງິນໂດລາ ຢູ່ໃນລະດັບ 4,99% ແລະ ເງິນກີບທຽບເງິນບາດ ຢູ່ໃນລະດັບ 3,13%.

ອາໄສຄວາມຮັກແພງ ຢືມເງິນຫຼາຍຕື້ ຖືກຕັດສິນຖານສໍ້ໂກງຊັບ | ຂ່າວເດັ່ນ