ຍິນດີນຳ! ກັບສອງສາວ ຄວ້າຕໍາແໜ່ງ FACE of LAOS 2023 ໄປຄອງສໍາເລັດ

25

ວ້າວ ວ້າວ ຍິນດີນຳສຸດໆກັບສອງສາວເຈົ້າສະເໜ່ ມາແຮງອີ່ຫຼີໃນເວທີ FACE of LAOS 2023 ສົມແຮງເຊຍ ສົມຕໍາແໜ່ງທີ່ສຸດ! ແລະ ນີ້ຄື The Winner ຂອງ FACE of LAOS 2023 ໄດ້ແກ່ FOL03 ສຽວອີ້ ຈັນທະພອນ ຫຼວງແກ້ວກຸມພົນ ແລະ FOL05 ນີນີ່ ປະກາຍມຸກ ຄ້ານໍເພັດ ສອງສາວຜູ້ມີຄວາມພ້ອມ ແລະ ກຽມສ້າງຊື່ສຽງສະແດງຄວາມສາມາດກັນຕໍ່ໃນເວທີປະກວດທີ່ Face of Asia ໃນປະເທດ ສ.ເກົາຫຼີໃຕ້ ກຽມສົ່ງແຮງໃຈແຮງເຊຍກັນອີກຕໍ່ໃນເດືອນກັນຍາ 2023 ນີ້ເດີທຸກຄົນ.

ເອີ້ນໄດ້ວ່າໃນເວທີ Face of Laos ປີນີ້ ເຊຍມ່ວນກັນອີ່ຫຼີ ເພາະນ້ອງໆແຕ່ລະຄົນລ້ວນແຕ່ເຮັດຜົນງານເຕັມທີ່ ມີຄວາມໝັ້ນໃຈໃນຕົນເອງ ກ້າເຮັດ ກ້າສະແດງອອກ ແລະ ເຮັດຜົນງານໄດ້ດີກັນທັງນັ້ນເລີຍ ເຊື່ອວ່າຈາກຜົນງານ ແລະ ການເດີນແບບເຕັມທີ່ໃນແຕ່ລະຮອບຄືທີ່ສຸດແລ້ວ ແຕ່ພິເສດກໍຄື 2 ສາວທີ່ມີຄວາມພ້ອມຮອບດ້ານ ສາມາດເອົາຊະນະໃຈຄະນະກໍາມະການ ແລະ ຄວ້າຕໍາແໜ່ງມາຄອງໄດ້ ເຊິ່ງຈະໄດ້ເປັນຕົວແທນຄົນລາວທີ່ຈະໄປເດີນສະຫງ່າໃນເວທີລະດັບສາກົນ.
ພາຍຫຼັງການປະກາດຜູ້ຊະນະເລີດການປະກວດໄດ້ສິ້ນສຸດລົງ ໃນຄໍ່າຄືນຂອງວັນທີ 25 ມິຖຸນາທີ່ຜ່ານມາ ແລະ ມື້ນີ້ທີມຂ່າວບັນເທີງຈະພາທຸກຄົນມາຮູ້ຈັກກັບ ທັງສອງສາວ ທີ່ຊະນະການປະກວດໃນຄັ້ງນີ້ໃຫ້ຫຼາຍຂຶ້ນ,

ສຽວອີ້ ຈັນທະພອນ ຫຼວງແກ້ວກຸມພົນ ປັດຈຸບັນອາຍຸ 18 ປີ ສາວງາມຈາກນະຄອນຫຼວງວຽງຈັນ.
ປັດຈຸບັນກຳລັງສຶກສາຢູ່ສະຖາບັນຣັຕນະ ບໍລິຫານທຸລະກິດສາຂາບໍລິຫານທຸລະກິດທົ່ວໄປ ປີ 1 ເຊິ່ງສາວຄົນນີ້ບໍ່ທໍາມະດາເລີຍມີຄວາມສາມາດພິເສດ ຄືການເດີນແບບ, ຟ້ອນ, ຮ້ອງເພງ, ເຕັ້ນ, ຂີ່ສະເກັດ.
ຜົນງານໃນວົງການບັນເທີງຜ່ານມາຂອງ ສຽວອີ້ ກໍຄືເຄີຍຜ່ານການປະກວດ Miss Teen Laos 2022 ໄດ້ເຂົ້າ Top 12 ໄດ້ລາງວັນ Miss Teen Body Perfect 2022 ແລະ ເຄີຍເດີນແບບໃຫ້ຫ້ອງເສື້ອ Milan Station Laos ແລະ ຫຼ້າສຸດກໍຄືເວທີ FACE of LAOS2023 ນີ້ເອງ.

ກິດຈະກໍາຍາມວ່າງແມ່ນມັກຫຼິ້ນກີລາ ເຂົ້າຟິດເນັດຕີດອກ, ມັກແລ່ນ ມັກຖ່າຍຮູບ, ເບິ່ງຮູບເງົາອ່ານໜັງສື, ມັກສະຕາຍການແຕ່ງຕົວຄື sexy ລະກາຫວານອົມປ້ຽວ ສຸດທ້າຍຂໍຝາກຜົນງານໃຫ້ທຸກຄົນຝາກເຊຍຝາກຕິດຕາມຜົນງານຂອງນ້ອງໃນອະນາຄົດແດ່ເດີ.
ສໍາລັບ ນີນີ່ ປະກາຍມຸກ ຄ້ານໍເພັດ ນາງແບບທີ່ມີຜົນງານໃນ Lao Fashion Week ທີ່ມາປະກວດໃນເວທີ FACE of LAOS 2023 ເປັນຄັ້ງທໍາອິດ ແລະ ສາວນ້ອຍຄົນນີ້ກໍເປັນສາຍນັກກີລາອີກດ້ວຍ ປັດຈຸບັນອາຍຸ 18 ປີ ເປັນນັກສຶກສາຢູ່ສະຖາບັນທະນາຄານ ແລະ ສະຖາບັນໂລໂກ້ ເຊິ່ງນອກຈາກການເດີນແບບແລ້ວນ້ອງຍັງເປັນນັກກີລາແລ່ນ, ນັກກີລາຕີບານ ແລະ ຍັງເປັນນັກເຕັ້ນເຊຍລີດເດີຂອງໂຮງຮຽນ ມສ.ວຽງຈັນ ໃນປີ 2021.

ຜົນງານທີ່ຜ່ານມາແມ່ນແຂ່ງຂັນແລ່ນລານ 9 ຕົວເມືອງ 100 ແມັດ ປີ 2020 ໄດ້ທີ 1, ແຂ່ງຂັນແລ່ນລານ 100 ຕົວເມືອງ ປີ2020 ໄດ້ທີ 3, ແຂ່ງຂັນຕີບານ ໂຮງຮຽນກັບໂຮງຮຽນ ປີ 2018 – 2019 ໄດ້ທີ 1 ( 2 ປີຊ້ອນ ), ແຂ່ງຂັນ Mirinda cheerleading contest ປີ 2020 ໄດ້ທີ 3.
ກິດຈະກຳເວລາວ່າງນ້ອງຫຼິ້ນກີລາ, ເຕັ້ນສະຕາຍການແຕ່ງຕົວ ນ້ອງມັກໃສ່ເຄື່ອງທີ່ໃສ່ແລ້ວຮູ້ສຶກສະບາຍ ແລະ ໃສ່ແລ້ວໝັ້ນໃຈນັ້ນເອງ.
ສຸດທ້າຍນີ້ຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວພ້ອມເປັນກຳລັງໃຈໃຫ້ນ້ອງໆດ້ວຍ.