ເງິນເຟີ້ ແລະ ເງິນອ່ອນຄ່າກັບຄວາມໝາຍທີ່ເຮົາຄວນຮູ້

634

ໃນປັດຈຸບັນທີ່ເກີດມີວິິດການເງິນເຟີ້ ເຮັດໃຫ້ການດຳລົງຊີວິດໃນແຕ່ລະວັນຂອງຄົນໃນສັງຄົມມີຄວາມຍຸ້ງຍາກຂຶ້ນເນື່ອງຈາກລາຄາສິນຄ້າ ແລະ ບໍລິການຕ່າງໆມີການປັບຕົວສູງຂຶ້ນ ພ້ອມດຽວກັນນັ້ນຄ່າຂອງເງິນກີບກໍອ່ອນຄ່າລົງເມື່ອທຽບກັບເງິນສະກຸນຕ່າງປະເທດ.

ແຕ່ແອັດເຊື່ອວ່າຫຼາຍຄົນຍັງເອົາມາປົນກັນລະຫວ່າງເງິນອ່ອນຄ່າ ແລະ ເງິນເຟີ້ ສອງຄຳນີ້ແມ່ນມີຄວາມກ່ຽວຂ້ອງກັນແຕ່ຄົນລະຄວາມໝາຍ ແຕ່ບໍ່ແມ່ນອັນດຽວກັນ ບັນຫານີ້ມື້ນີ້ເຮົາມາຫາຄຳຕອບນຳກັນວ່າເປັນແນວໃດ.

Inflation may be past peak but cost of living crisis far from over: Experts  - The Economic Times

ຕາມຫຼັກວິຊການເງິນເຟີ້ແມ່ນສະພາວະທີ່ລາຄາສິນຄ້າ ແລະ ການບໍລິການໂດຍທົ່ວໄປເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼື ເວົ້າງ່າຍໆ ແມ່ນເຄື່ອງຂອງຕ່າງໆແພງຂຶ້ນ.  ເຊິ່ງຖ້າອັດຕາເງິນເຟີ້ເພີ່ມຂຶ້ນມັນກໍຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງເຮົາທຸກຄົນ ເນື່ອງຈາກພາລະຄ່າໃຊ້ຈ່າຍທີ່ສູງຂຶ້ນ ແຕ່ກັບມີລາຍຮັບເທົ່າເດີມ ເຊິ່ງເງິນເຟີ້ນີ້ມີສາເຫດຢູ່ຫຼັກໆ 2 ຢ່າງຄື:

ຄວາມສຳຄັນຂອງການຕະຫຼາດ ແລະ ການຂາຍທີ່ມີຕໍ່ສັງຄົມ - Actionpro

ຜູ້ບໍລິໂພກມີຄວາມຕ້ອງການຊື້ສິນຄ້າ ແລະ ບໍລິການເພີ່ມຂຶ້ນ ແຕ່ສິນຄ້າ ແລະ ບໍລິການນັ້ນກັບມີໜ້ອຍບໍ່ສາມາດສະໜອງໄດ້ພຽງພໍກັບຄວາມຕ້ອງການ ເຮັດໃຫ້ຜູ້ຂາຍມີການປັບລາຄາສິນຄ້າເພີ່ມຂຶ້ນ.

ຜູ້ຜະລິດຕ້ອງແບກຮັບຕົ້ນທຶນການຜະລິດເພີ່ມຂຶ້ນ ຈຶ່ງເຮັດໃຫ້ຜູ້ຜະລິດຕ້ອງປັບລາຄາສິນຄ້າ ແລະ ບໍລິການໃຫ້ສູງຂຶ້ນນັ້ນເອງ

ເງິນ​ກີບ​ເຟີ້ຍ້ອນ​ພວກ​ເຮົາ​ເຜີ​ທັງ​ພາກັນ​ເຫີ່

ສ່ວນພາວະເງິນອ່ອນຄ່າແມ່ນການປ່ຽນແປງອັດຕາແລກປ່ຽນທີ່ເຮັດໃຫ້ສະກຸນເງິນຂອງປະເທດນັ້ນ ແລກປ່ຽນເປັນສະກຸນເງິນຕ່າງປະເທດໄດ້ໜ້ອຍລົງ ຫຼື ເວົ້າໄດ້ວ່່າມູນຄ່າເງິນຂອງປະເທດນັ້ນຫຼຸດລົງ ເມື່ອທຽບກັບສະກຸນເງິນຂອງຕ່າງປະເທດ ໂດຍໃນຕະຫຼາດການເງິນແມ່ນຈະນິຍົມປຽບທຽບກັບເງິນໂດລາສະຫະລັດ ໂດຍສາເຫດຂອງເງິນອ່ອນຄ່າແມ່ນມີຄື:

ມີການປັ່ນຄ່າເງິນ ເຮັດໃຫ້ເງິນກີບ ເຟີ້ຫລາຍຂຶ້ນ — ຂ່າວລາວ ວິທຍຸເອເຊັຽເສຣີ  ພາສາລາວ

ອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໂດຍທົ່ວໄປແລ້ວເງິນຈະໄຫຼຈາກບ່ອນທີ່ມີຜົນຕອບແທນຕ່ຳໄປສູ່ບ່ອນທີ່ມີຜົນຕອບແທນສູງ ຖ້າປະເທດໃດປັບອັດຕາດອກເບ້ຍແລ້ວໃຫ້ດອກເບ້ຍສູງກວ່າປະເທດອື່ນເງິນກໍຈະໄຫຼເຂົ້າສູ່ປະເທດທີ່ໃຫ້ອັດຕາດອກເບ້ຍສູງກວ່າ ກໍຈະສົ່ງຜົນໃຫ້ຄ່າເງິນຂອງປະເທດທີ່ເງິນໄຫຼອອກກໍຈະອ່ອນຄ່າ ສ່ວນຄ່າເງິນຂອງປະເທດທີ່ເງິນໄຫຼເຂົ້າກໍຈະແຂງຄ່າ.

ນະໂຍບາຍຂອງທະນາຄານກາງ ທະນາການແມ່ນເປັນຜູ້ຄວບຄຸມລະບົບການເງິນຂອງປະເທດນັ້ນໆ ໂດຍການຄອບຄຸມປະລິມານເງິນໃນລະບົບ ໂດຍການອອກນະໂຍບາຍຕ່າງໆເພື່ອເພີ່ມ ຫຼື ຫຼຸດເງິນໃນລະບົບ ເຊິ່ງຖ້າວ່າເງິນໃນລະບົບມີຫຼາຍເກີນໄປກໍຈະເຮັດໃຫ້ຄ່າເງິນຫຼຸດລົງ ກົງກັນຂ້າມຖ້າເງິນໃນລະບົບມີໜ້ອຍ ຫຼື ມີຈຳກັດຄ່າຂອງເງິນກໍຈະແຂງຂຶ້ນ.