ເຊີນທຸກຄົນເຂົ້າຮ່ວມງານຄອນເສີດສຸດມ່ວນ ຈາກສິລະປິນຫຼາກຫຼາຍ “ Lao Legends ”

25

ທີມຂ່າວບັນເທີງຂໍເຊີນຊວນຊາວລາວທຸກຄົນທີ່ມັກຮັກໃນສຽງດົນຕີ ໃນການເຂົ້າຮ່ວມງານຄອນເສີດເພື່ອສົມທົບທຶນຊ່ວຍເຫຼືອນ້ອງໆໃນເຂດຫ່າງໄກສອກຫຼີກ ເປັນອີກໜຶ່ງງານດີໆ ທັງໄດ້ມ່ວນ ແລະ ທັງໄດ້ບຸນໄປນໍາອີກດ້ວຍ ສາຍດົນດີຫ້າມພາດເລີຍງານນີ້.
ທຸກຄົນກຽມພ້ອມແລ້ວ ຫຼື ຍັງ! ກັບການກະກຽມພົບກັບງານ FREE ” ຄອນເສີດ Lao Legends ສ້າງເພື່ອນ້ອງ ” ເຊິ່ງເປັນງານ Concert ການກຸສົນ ເພື່ອສົມທົບທຶນປ່ຽນຫຼັງຄາໂຮງຮຽນບ້ານຢາງປາ ເມືອງສໍາພັນ ແຂວງ ຜົ້ງສາລີ ໃຫ້ກັບນ້ອງໆຢູ່ເຂດທີ່ຢູ່ຫ່າງໄກສອກຫຼີກທາງພາກເໜືອຂອງລາວ.

ພາຍໃນງານທຸກທ່ານຈະໄດ້ພົບກັບບັນດາສິລະປິນລະດັບຕໍານານ ແລະ ມີຊື່ສຽງຂອງປະເທດລາວເຮົາ ທີ່ມຮວມຕົວກັນໃນງານຄັ້ງນີ້ ເພື່ອສ້າງຄວາມມ່ວນຊື່ນ ແລະ ພາທຸກຄົນເພີດເພີນໄປກັບສຽງດົນຕີພ້ອມໆກັນ ສາຍຄອນເສີດຫ້າມພາດ ກຽມພົບກັບຄອນເສີດສຸດມ່ວນກັນໄດ້ເລີຍ ເຊິ່ງພົບກັນແນ່ນອນໃນວັນທີ 24 ມິຖຸນາ2023 ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ເລີ່ມແຕ່ເວລາ 18:00 ໂມງ ເປັນຕົ້ນໄປ.

ພາຍໃນງານແຟນໆຈະໄດ້ພົບກັບ: ອ້າຍສົມສິນ, ສາວນ້ຳຝົນ, ສາວບົວຂາວ, ບ່າວໄມກີ້, ບ່າວເຈ, ອ້າຍໂອລ້າ ແບລັກອາຍ, ອ້ານຕຸ້ຍ ໂອເວີແດັນ, ບ່າວແຊມ ອິນທະລາພິທັກ, ອ້າຍຕູ່ ຮີໂຣ, ສາວໂຄ່ອີ້, ສາວສຸ້ຍ, ວົງດາວເໜືອ ແລະ ສິລະປິນທີ່ມີຊື່ສຽງອີກຫຼາຍໆທ່ານກັນເລີຍ ກຽມມ່ວນມັນກັນໄດ້ ພາດບໍ່ໄດ້ເລີຍເດີ.

ຝາກແຟນຂ່າວບັນເທີງຢ່າລືມມາຮ່ວມງານນຳກັນຫຼາຍໆເດີ ເພື່ອເປັນການສົມທົບທຶນຊ່ວຍເຫຼືອນ້ອງໆທີ່ເຂດຫ່າງໄກ ແລະ ສາມາດຮ່ວມບໍລິຈາກໄດ້ຢູ່ທາງໜ້າຄອນເສີດໄດ້ເລີຍເດີ ທາງທີມຂ່າວບັນເທີງກໍຂໍສະໜັບສະໜູນງານດີໆແບບນີ້ນໍາດ້ວຍ ຢ່າລືມຢ່າພາດໄປມ່ວນ ແລະ ໄດ້ບຸນນໍາກັນ.