ຊົມເຊີຍນໍ້າໃຈອັນປະເສີດ ພະເອກສຸດຫຼໍ່ ໂຕໂນ ພາຄິນ ຄຳວິໄລສັກ ມອບເງິນຫຼາຍຕື້ກີບ ໃຫ້ແກ່ໂຮງໝໍແຂວງຄໍາມ່ວນ

30

ຊົມເຊີຍ ແລະ ສະແດງ ຄວາມຂອບໃຈຢ່າງສຸດຊຶ້ງຈາກໃຈແທນແຟນໆຊາວລາວທຸກຄົນ ມາຍັງພະເອກຄົນມີຊື່ສຽງຈາກປະເທດເພື່ອນບ້ານທີ່ໄດ້ຈັດກິດຈະກໍາດີໆ “ ໜຶ່ງຄົນລອຍ ຫຼາຍຄົນໃຫ້ ” ທີ່ໄດ້ຈັດຂຶ້ນໃນປີຜ່ານມາ ເຊິ່ງເປັນກິດຈະກໍາລອຍນໍ້າຂ້າມຂອງ ເພື່ອລະດົມທຶນໃນການຊື້ອຸປະກອນດ້ານສາທາລະນະສຸກໃຫ້ກັບໂຮງໝໍສອງຝາກຝັ່ງ ລາວ – ໄທ ໂດຍສະເພາະກໍແມ່ນແຂວງຄໍາມ່ວນ ສປປ ລາວ ນີ້ເອງ ເຊິ່ງມີຜົນສໍາເລັດຢ່າງຈົບງາມ.

ໜຸ່ມໂຕໂນ ພາຄິນ ຄຳວິໄລສັກ ກໍໄດ້ມາຮ່ວມໃນພິທີມອບ – ຮັບເຄື່ອງອຸປະກອນການແພດຈາກໂຄງການ ໜຶ່ງຄົນລອຍ ຫຼາຍຄົນໃຫ້ ຫຼື One man and the River ໃຫ້ແກ່ໂຮງໝໍແຂວງຄຳມ່ວນ ມູນຄ່າ 17,1 ຕື້ກວ່າກີບ ເຊິ່ງມອບໂດຍ ທ່ານ ໂຕໂນ ພາຄິນ ຄຳວິໄລສັກ ພະເອກສຸດຫຼໍ່ນັ້ນເອງ.

ໃນພິທີມອບດັ່ງກ່າວ ແມ່ນໄດ້ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ດຣ. ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ, ທ່ານ ວັນໄຊ ຈັນພອນ ຜູ້ວ່າຈັງຫວັດນະຄອນພະນົມ ແລະ ທ່ານ ພັນທະຈິດ ອິນທິລາດ ປະທານ ບໍລິສັດ ອິນທຣາ ກຣຸບ ພ້ອມດ້ວຍຄະນະຈາກ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ແລະ ພ້ອມທັງຄະນະຈາກ ຝັ່ງລາວ – ໄທ ແພດໝໍ ແລະ ຄະນະດາ ລາ – ນັກຮ້ອງ ຈາກປະເທດໄທ ຫຼາຍກວ່າ 300 ຄົນ ທີ່ເຂົ້າຮ່ວມພາຍໃນງານ.

ໃນພິທີມອບ – ຮັບດັ່ງກ່າວກໍເພື່ອມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຄຳມ່ວນ ເພື່ອອຳນວຍຄວາມສະດວກເຄື່ອງມືທີ່ທັນສະໄໝໃນການຮັກສາປິ່ນປົວຄົນເຈັບ ພະຍາດຫຼອດເລືອດຫົວໃຈ ແລະ ອື່ນໆ.
ນອກຈາກນີ້, ໜຸ່ມໂຕໂນ ກໍຍັງໄດ້ຮ່ວມຫຼິ້ນກິດຈະກໍາເຕະບານ ເພື່ອຄວາມສາມັກຄີນໍາຊາວລາວອີກດ້ວຍ ໂດຍຜົນຂອງການແຂ່ງຂັນແມ່ນ ທີມ VIP ຄຳມ່ວນ ສະເໝີ ທີມໂຕໂນ ພາຄິນ ( ປະເທດໄທ ) 3 – 3 ເຊິ່ງງານແຂ່ງຂັນກີລາມິດຕະພາບແມ່ນມີຂຶ້ນໃນວັນທີ 19 ມິຖຸນາ 2023ຜ່ານມານີ້ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ.

ກໍຖືໄດ້ວ່າເປັນອີກໜຶ່ງມິດຕະພາບ ແລະ ອີກໜຶ່ງພາບທີ່ແສນປະທັບໃຈເລີຍ ແລະ “ ໜຶ່ງຄົນລອຍ ຫຼາຍຄົນໃຫ້ ” ສໍາເລັດລົງຢ່າງໜ້າປະທັບໃຈ ຂອບໃຈກິດຈະກໍາຊ່ວຍເຫຼືອສັງຄົມດີໆແບບນີ້ ຈາກໜຸ່ມໂຕໂນ່ ພາຄິນດ້ວຍ
ທີມຂ່າວບັນເທີງກໍຕ້ອງຂໍສະແດງຄວາມຊົມເຊີຍຕໍ່ນໍ້າໃຈອັນເສຍສະຫຼະໃນຄັ້ງນີ້ຂອງໜຸ່ມໂຕໂນອີກຄັ້ງ ທີ່ນອກຈາກຄວາມຫຼໍ່ຄວາມງາມຈາກພາຍນອກແລ້ວ ຍັງມີຈິດໃຈທີ່ໂອບເອື້ອອາ ລີ ແລະ ສ້າງສິ່ງທີ່ເປັນປະໂຫຍດ ເພື່ອຊ່ວຍເຫຼືອຊີວິດຜູ້ຄົນນັບບໍ່ຖ້ວນໃນອະນາຄົດ.