ລາວ ຈະພັດທະນາລະບົບຫໍສະໝຸດໃຫ້ທັນສະໄໝ

63

ໃນກອງປະຊຸມວັດທະນະທຳອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້ຫົວ ຂໍ້ “ການສ້າງຫໍສະໝຸດທັນສະໄໝ ແລະ ສົ່ງເສີມການອ່ານ” ທີ່ຈັດຂຶ້ນຢູ່ເມືອງໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ ໃນວັນທີ 19 ມິຖຸນາ 2023 ທີ່່ຜ່ານມາ ໃນໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວໃນກອງປະຊຸມວ່າ: ສປປ ລາວ ໄດ້ເອົາໃຈໃສ່ ພັດທະ ນາລະບົບຫໍສະໝຸດໃຫ້ກາຍເປັນທັນສະໄໝ ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບໃນຂອບ ເຂດທົ່ວປະເທດ ເພື່ອປູກຝັງຈິດສຳນຶກ ໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳຄັນ, ມີຄວາມຜູກພັນ ໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

อาจเป็นรูปภาพของ 2 คน และ ข้อความ

ໂດຍໂຄງສ້າງຕ່າງໆປັດຈຸບັນແມ່ນພວມຢູ່ໃນຂັ້ນຕອນເລີ່ມຕົ້ນ ຂອງການສ້າງຖານຂໍ້ມູນ ແລະ ການພັດທະນາລະບົບ, ໃນຂະນະດຽວກັນ ການຄົ້ນຫາຂໍ້ມູນ ແລະ ບໍລິການການອ່ານ ໄດ້ໃຫ້ບໍລິການຢູ່ກັບສະຖານທີ່ເທົ່ານັ້ນ ເນື່ອງຈາກວ່າລະບົບອອນລາຍແມ່ນບໍ່ສາມາດເຂົ້າເຖິງ ຖານຂໍ້ມູນຕາມທີ່ຕ້ອງການໄດ້ເທື່ອ.

Home

ສປປ ລາວ ຍັງຈະໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງວຽກງານຫໍສະໝຸດ ດ້ວຍການຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດໃນພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຖານຂໍ້ມູນໃບລານລາວ, ໂຄງການສົ່ງເສີມການອ່ານແບບດີຈິຕອນ, ໂຄງການສ້າງຖານຂໍ້ມູນຄຸ້ມຄອງຊັບສິນທາງດ້ານວັດທະນະທຳໃນ ສປປ ລາວ ແລະ ໂຄງການອື່ນໆ ຊຶ່ງຈະນຳໄປສູ່ ການຄຸ້ມ ຄອງ ແລະ ການບໍລິການທີ່ທັນສະໄໝ.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກທີ່ສຳເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປຶ້ມວິທະຍານິພົນໃຫ້ແກ່  ຫ້ອງສະໝຸດ ຄອສພ ...

ທ່ານຍັງກ່າວຕື່ມວ່າ: ເຖິງແມ່ນວ່າວຽກງານຫໍສະໝຸດໄດ້ຮັບການສະໜັບສະໜູນທີ່ສຳຄັນຈາກພັກ, ລັດ, ເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງ ອົງການຈັດຕັ້ງສາກົນ ແຕ່ ສປປ ລາວ ກໍຍັງປະເຊີນກັບຄວາມຫຍຸ້ງຍາກ ເປັນຕົ້ນດ້ານເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ ຊຶ່ງເປັນສິ່ງທ້າທາຍອັນຕົ້ນຕໍ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງໃຫ້ເໝາະສົມ ກັບການຫັນປ່ຽນເປັນຫໍສະໝຸດທັນສະໄໝ ໃນຊຸມປີຕໍ່ໜ້າ. ສປປ ລາວ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນ ໂດຍສະເພາະ ສປ ຈີນ ທີ່ເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ຊ່ຽວຊານດ້ານເຕັກນິກວິຊາການ.

Home

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດ