ປີນີ້ມີແຜນປູກຕົ້ນໄມ້ 3,4 ລ້ານເບ້ຍ

31

ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 29 ພຶດສະພາ 2023 ທີ່ຜ່ານມາ ໃຫ້ຮູ້ວ່າ: ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 43 ປີ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການສະບັບເລກທີ 1786/ກປ ເພື່ອເປັນການຜັນຂະຫຍາຍມາດຕາ 60 ຂອງກົດໝາຍວ່າດ້ວຍປ່າໄມ້ ແລະ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບ ເລກທີ 15/ນຍ ວ່າດ້ວຍວຽກງານສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທໍາມະຊາດ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້.

No description available.

ສະນັ້ນ, ໃນປີ 2023 ນີ້ ຂະແໜງປ່າໄມ້ໄດ້ສົມທົບກັບຄະນະພັກ-ຄະນະນຳຂອງອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ກຳນົດແຜນການເກັບແກ່ນພັນໃຫ້ໄດ້ 20 ພັນ ກິໂລກຼາມ, ກ້າເບ້ຍ 34 ລ້ານ ກວ່າເບ້ຍ ແລະ ປູກໄມ້ 42 ພັນ ເຮັກຕາ.

No description available.ໃນນີ້, ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ ແລະ ປ່າສະຫງວນ ປະມານ 8.535 ເຮັກຕາ, ປູກປ່າທົດແທນ ໃນເຂດໂຄງການ ພື້ນຖານໂຄງລ່າງ ແລະ ປູກໄມ້ ອຸດສາຫະກໍາ ເປັນສິນຄ້າ ປະມານ 29.565 ເຮັກຕາ, ປູກໃນທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນ ປະມານ 3.900 ເຮັກຕາ.

No photo description available.
ສະເພາະ ວັນປູກຕົ້ນໄມ້ແຫ່ງຊາດປີນີ້, ໃນທົ່ວປະເທດ ມີແຜນການຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ປະມານ 3.480 ເຮັກຕາ, ລວມເບ້ຍໄມ້ທັງໝົດ ປະມານ 3.484.000 ເບ້ຍ, ປະກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ຊະນິດອື່ນ. ພ້ອມນີ້ ແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ.

No photo description available.
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2023 ຂໍຮຽກຮ້ອງມາຍັງປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ແບບຍືນນານໂດຍບໍ່ມີວັນບົກແຫ້ງ.

No photo description available.
ເຊິ່ງຄໍາຂວັນຂອງວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2023 ແມ່ນ: “ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 43 ປີ ຢ່າງສຸດໃຈ” “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫຼານ ໃນວັນໜ້າ” “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນມົນລະຜິດທາງອາກາດ.

No photo description available.