ຂ່າວສຸດເສົ້າ! ລົດໂມ້ປູນເບກແຕກຕໍາລົດຈັກສອງຄັນ ເສຍຊີວິດຄາທີ່ 1 ຄົນ

260

ບັນຫາອຸບັດຕິເຫດເກີດຂຶ້ນໄດ້ທຸກເມື່ອ ເຈົ້າໜ້າທີ່ຈິ່ງເຕືອນກັນຕະຫຼອດໃຫ້ທຸກຄົນຮັບປະກັນສະພາບເຕັກນິກລົດໂຕເອງ ຢ່າງໜ້ອຍໃຫ້ລົດຢູ່ໃນສະພາບທີ່ດີ ແລະຄອຍລະວັງຕື່ມ ບໍ່ດັ່ງນັ້ນຈະເປັນດັ່ງກໍລະນີທີ່ເກີດຂຶ້ນເວລາ 9:50 ໂມງຂອງວັນທີ 13 ມີນາ 2023 ລົດໂມ້ປູນເບກເຕກ ຕໍາເອົາລົດຈັກທີ່ຈອດສະລໍໄຟອໍານາດ ຢູ່ເສັ້ນທາງເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກຖືກລົດໂມ້ປູນຢຽບ ເສຍຊີວິດຄາທີ່.

May be an image of motorcycle
ພັຕ ວິໄຊ ວິໄລສານ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ທອງໃສ ອາຍຸ 33 ປີ ສັນຊາດລາວ ອາຊີບຂັບລົດ ພັກເຊົາຢູ່ບ້ານ ໜອງພະຍາ ເມືອງໄຊທານີ ໄດ້ຂັບຂີ່ລົດໂມ້ປູນ ຍີຫໍ້ອີຊູຊຸ ໝາຍເລກທະບຽນ ບກ 7063 ກໍາແພງນະຄອນ ມຸ້ງໜ້າມາແຕ່ຕະຫຼາດຫົວຂົວ ພໍຮອດຈຸດເກີດເຫດໄກຈະຮອດ 4 ແຍກໄຟອໍານາດທາດຫຼວງ ແລະ ມີລົດທາງໜ້າຈໍານວນຫຼາຍຄັນຢຸດຈອດລໍຖ້າໄຟອຳນາດຢູ່ ແຕ່ບັງເອີນລົດຄັນດັ່ງກ່າວເກີດເບກແຕກ ຜູ້ຂັບຂີ່ລົດໂມ້ປູນຈຶ່ງຮ້ອງໃສ່ລົດຄັນທາງໜ້າວ່າເບກແຕກກ່ອນຕໍາເອົາລົດຈັກ 2 ຄັນທີ່ຈອດຖ້າໄຟຂຽວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເວບໂຄລາວໝາຍເລກທະບຽນ ຍກ 7502 ກໍາແພງນະຄອນ ຮູ້ໂຕໂດດອອກຈາກລົດ.

May be an image of motorcycle and outdoors

ສ່ວນລົດຈັກໂຊນິກ ໂຄລາວ ໝາຍເລກທະບຽນ ດສ 6317 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ຄໍາຫອມ ອາຍຸ 40 ປີ ພະນັກງານ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ບໍ່ໄດ້ຍິນສຽງຮ້ອງ ຈຶ່ງຖືກຕໍາເອົາລາກໄປກັບລົດ; ພໍລົດໄດ້ຕໍາເອົາລົດຈັກ 2 ຄັນ ຜູ້ຂັບຂີ່ຍ້ານເກີດອຸບັດຕິເຫດຫຼາຍຄັນຈຶ່ງໄດ້ຕັດສິນໃຈຫັກພວງມະໄລລ້ຽວອອກມາທາງຂົວມື ເພື່ອໃຊ້ຟຸດບາດທາງຢຸດລົດ ເຮັດໃຫ້ຜູ້ຂັບຂີ່ລົດຈັກທີ່ຕິດຢູ່ໜ້າລົດຕໍາກັບຟຸດບາດທາງພົ້ນຂຶ້ນໄປທາງຄົນຍ່າງ ເສຍຊີວິດຄາທີ່.

May be an image of 1 person
ຕໍ່ກັບອຸບັດຕິເຫດດັ່ງກ່າວນີ້ ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ ( ເບກແຕກ ); ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍາລັງເລັ່ງສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບໃສ່ສໍານວນຄະດີ ສົ່ງຕາມຂັ້ນຕອນວິຊາສະເພາະ.
ຂ່າວ: ຄວາມສະຫງົບ