ດໍາເນີນຄະດີ ເຈົ້າຂອງຮ້ານຂາຍເຂົ້າໜົມທີ່ມັດເດັກນ້ອຍ 7 ປີ

521

ເລື່ອງນີ້ລາວກາບຈັບເດັກນ້ອຍອາຍຸພຽງ7 ປີມາມັດໄວ້ ພຽງເພາະຢາກກິນເຂົ້າໜົມນັ້ນ ເຈົ້າໜ້າທີ່ເຫັນວ່າເປັນກການກະທຳທີ່ເກີນກວ່າເຫດ, ເຖິງແມ່ນກ່່ອນໜ້ານີ້ ທັງຜົວ ແລະເມຍຜູ້ກໍ່ເຫດເອງໄດ້ອອກມາຂໍໂທດສັງຄົມແລ້ວກໍ່ຕາມ ໃນສ່ວນຂອງກົດໝາຍຕ້ອງດຳເນີນຕໍ່ ພ້ອມທັງປົວແປງຈິດໃຈເດັກຄົນນັ້ນໃຫ້ສົມເຫດສົມອີກດ້ວຍ.

May be an image of 1 person and military uniform
ຈາກເຫດການກ່ອນໜ້ານີ້ໄດ້ມີເຈົ້າຂອງຮ້ານຂາຍເຄື່ອງມັດເດັກນ້ອຍຕິດກັບລົດຈັກ ຈົນກາຍເປັນກະແສສັງຄົມໂຈມຕີວິພາກວິຈານວ່າເຮັດເກີນກ່ວາເຫດ, ໃນວັນທີ 7 ມີນາ 2023, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ນໍາຕົວເຈົ້າຂອງຮ້ານມາທຳການສຶບສວນ-ສອບສວນ ສຶກສາອົບຮົມ ແລະ ດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.

May be an image of 3 people, people sitting and text
ພັຕ ພູມໃຈ ເພັດສົມພູ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງໄຊສົມບູນ ຖະແຫຼງຂ່າວວ່າ: ຕໍ່ກັບເຫດການດັ່ງກ່າວເກີດຂຶ້ນທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ປກສ ແຂວງໄຊສົມບູນ ອອກຄໍາສັ່ງເປີດການສືບສວນ-ສອບສວນ ໂດຍໄດ້ນຳຕົວຜູ້ກໍ່ເຫດ (ກໍຄືເຈົ້າຂອງຮ້ານ) ມາສອບສວນຫາສາເຫດໃນການກະທຳຄັ້ງນີ້.

May be an image of 1 person, military uniform and text

ພ້ອມທຳການສຶກສາອົບຮົມຕາມລະບຽບກົດໝາຍ ຈິ່ງໄດ້ເຫັນສາເຫດເກີດຂຶ້ນຄື: ຍ້ອນເດັກຄົນດັ່ງກ່າວໄດ້ເຂົ້າມາລັກເຂົ້າໜົມ, ເຄື່ອງດື່ມຈຳນວນໜຶ່ງຂອງທາງຮ້ານ, ເຈົ້າຂອງຮ້ານຈຶ່ງພົບເຫັນ ພ້ອມຈັບຕົວເດັກມັດຕິດກັບລົດຈັກຕາມທີ່ເຫັນໃນສື່ສັງຄົມອອນລາຍ.

May be an image of 1 person and standing
ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ຂຸ້ນຂ້ຽວເລັ່ງທຳການສືບສວນ-ສອບສວນ ຈັດຕັ້ງປະຕິບັດໃຫ້ມີຄວາມຍຸຕິທຳຕໍ່ເດັກຜູ້ເຄາະຮ້າຍ ແລະ ຈະໃຫ້ຄວາມຍຸຕິທຳທັງສອງຝ່າຍ.

ຂ່າວ: ປກສ ໄຊສົມບູ