ອິນໂດເນເຊຍ ຈະສະໜັບສະໜູນເງິນໃຫ້ແກ່ຜູ້ຜະລິດ ແລະ ຈຳຫນ່າຍລົດໄຟຟ້າ

63

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ລູຮຸດ ປານໄຈຕັນ ລັດຖະມົນຕີກະຊວງກິດຈະການພາຍໃນ ແລະ ການລົງທຶນຂອງອິນໂດເນເຊຍ ເປີດເຜີຍວ່າ ລັດຖະບານກຽມສະເໜີເງິນອຸດຫນູນແກ່ຜູ້ຜະລິດ ແລະ ຈຳໜ່າຍລົດໄຟຟ້າ ເພື່ອກະຕຸ້ນຍອດຂາຍ ເລີ່ມແຕ່ວັນທີ 20 ມີນາ 2023 ເປັນຕົ້ນໄປ ເຊິ່ງວິທີການດັ່ງກ່າວ ເປັນສ່ວນຫນຶ່ງໃນຄວາມພະຍາຍາມເລັ່ງໃຫ້ປະຊາຊົນ

ອິນໂດເນເຊຍຫັນມານຳໃຊ້ລົດໄຟຟ້າຫຼາຍຂຶ້ນ ລວມທັງດຶງດູດການລົງທຶນຂອງຄ້າຍລົດຍັກໃຫຍ່ຈາກຕ່າງປະເທດເຂົ້າມາລົງທຶນໃນອິນໂດເນເຊຍ.

ໃນຂະນະດຽວກັນ ລັດຖະມົນຕີກະຊວງອຸດສາຫະກຳຂອງອິນໂດເນເຊຍ ກ່າວວ່າ ໂຄງການໃຫ້ເງິນອຸດຫນູນຂອງລັດຖະບານຈະຄອບຄຸມຍອດຂາຍລົດຈັກໄຟຟ້າ 200.000 ຄັນ ແລະ ລົດໃຫຍ່ໄຟຟ້າ 35.900 ຄັນ, ແນວໃດກໍຕາມ ລັດຖະມົນຕີທັງສອງທ່ານ ບໍ່ໄດ້ລະບຸຈຳນວນງົບປະມານຂອງລັດຖະບານທີ່ຈະສະຫນັບສະຫນູນ ແຕ່ຄາດວ່າ ຜູ້ຜະລິດ ແລະ ຈຳຫນ່າຍລົດຈັກໄຟຟ້າ ຈະໄດ້ຮັບເງິນສະໜັບສະໜູນຈາກລັດປະມານ 400 ກວ່າໂດລາສະຫະລັດຕໍ່ຄັນ.