ຂົນສົ່ງໂດຍສານທາງລາວໄຟລາວ-ຈີນ ເພີ່ມຂຶ້ນ 256,2% ໃນປີນີ້

77

ດັ່ງທີ່ທຸກຄົນຮູ້ຈັກດີ ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງປະກົດການໃໝ່ຫຼາຍຢ່າງແກ່ປະເທດເຮົາ ບໍ່ວ່າການປ່ຽນແປງທາງເສດຖະກິດ ການຄ້າ, ການລົງທຶນ, ທ່ອງທ່ຽວຕ່າງໆ.

May be an image of train and railroad

ມີລາຍງານວ່າ ໃນວັນ​ທີ 4 ມີນາ​ນີ້, ການຂົນສົ່ງຜູ້ໂດຍສານຂອງ​ທາງ​ລົດ​ໄຟ​ລາວ​-ຈີນ ໄດ້​ຖີບ​ຕົວ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ, ​ໃນ​ມື້​ດຽວ​ມີ​ຜູ້​ໂດຍສານທະລຸສູງສຸດເຖິງ 10.000 ​ເທື່ອຄົນ, ລວມເປັນຈຳນວນກວ່າ 10.197​ ເທື່ອ​ຄົນ, ​ເປັນ​ສະຖິຕິການຂົນສົ່ງຜູ້ໂດຍສານ​ສູງ​ສຸດ​ນັບ​ແຕ່​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ໃຫ້ບໍລິການເປັນຕົ້ນມາ​.

May be an image of 8 people, train and outdoors
ບໍລິສັດທາງລົດໄຟລາວ-ຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ກຸມພາ ປີນີ້, ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ, ເພີ່ມຂຶ້ນ 256,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂົນສົ່ງສິນຄ້າໄດ້ 647.700 ໂຕນ, ເພີ່ມຂຶ້ນ 320% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະແດງໃຫ້ເຫັນທ່າອ່ຽງທີ່ດີໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.

May be an image of train and outdoors
​ເພື່ອ​ຮັບປະກັນ​ໃຫ້​ຜູ້​ໂດຍສານໄດ້ເດີນທາງໄປມາໄດ້ຢ່າງສະດວກສະບາຍ, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້ຕິດຕາມ​ສັງເກດຮູບແບບການໄຫຼວຽນຂອງຜຸ້ໂດຍສານ ແລະ ຈັດຕັ້ງຂະບວນລົດໄຟໃນການໃຫ້ບໍລິການຂົນສົ່ງ ເພື່ອຮອງຮັບປະລິມານຜູ້ໂດຍສານໄດ້ຢ່າງຖືກຕ້ອງ, ດຳເນີນການຢ່າງມີ​ວິທະຍາສາດ, ປັບປຸງ​ແຜນການເດີນລົດ ແລະ ຂະຫຍາຍເວລາໃນການຊື້ປີ້​ໃຫ້​ດີຂຶ້ນ​, ໃນການຮັບຮອງຜູ້ໂດຍສານກໍນຳໃຊ້​ລົດ​ໄຟ EMU ສອງຂະບວນຕໍ່ໃສ່ກັນ, ​ເພີ່ມ​ຈຳນວນຕູ້​ລົດ​ໄຟທຳມະດາ​ເປັນ 12 ຕູ້.

No photo description available.

ນອກນີ້, ​ຈະເສີມສ້າງເພີ່ມທັກສະ​ດ້ານ​ພາສາ​ຂອງ​ພະນັກງານ​ສະຖານີ ​ແລະ ເທິງ​ລົດ​ໄຟ​ໃຫ້ສາມາດນຳໃຊ້ທັງພາສາ ຈີນ, ອັງກິດ, ​ໄທ, ​ແລະ ອື່ນໆ ເພື່ອໃຫ້​ສອດຄ່ອງກັບການບໍລິການ​ຂອງ​ຜູ້​ໂດຍສານ​ລະດັບສາກົນ, ບໍ່ຢຸດທີ່ຈະພັດທະນາ ແລະ ຍົກສູງຄຸນນະພາບການບໍລິການ​ຢູ່ເລື້ອຍໆ.

ພ້ອມດຽວກັນນັ້ນ, ໜ່ວຍງານທີ່ກ່ຽວຂ້ອງທາງລົດໄຟກໍຈັດຕັ້ງພະນັກງານຮັບຜິດຊອບປະຈຳການເຂົ້າໄປກວດສອບ, ຮັກສາຄວາມປອດໄພໃນການເຂົ້າ-ອອກສະຖານີ, ແທ່ນຂຶ້ນລົງລົດໄຟ ແລະ ອື່ນໆ, ຮັບປະກັນໃຫ້ການອອກເດີນທາງຂອງຜູ້ໂດຍສານເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.