ລະບຸ! 2023 ນີ້ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຢ່າງມີປະສິດທິຜົນ

122

ໃນປີ 2022 ຜ່ານມາ ສປປ ລາວເຮົາແມ່ນໄດ້ຜະເຊີນກັບບັນຫາເງິນເຟີ້ ແລະອັດຕາແລກປ່ຽນທີ່ໜັກໜ່ວງສົມຄວນ ເຊິ່ງມີສາເຫດມາຈາກຫຼາຍປັດໄຈທັງພາຍໃນ ແລະພາຍນອກ ແຕ່ເຖິງແນວໃດກໍ່ຕາມ ລັດຖະບານແມ່ນພະຍາຍາມຫາທຸກຊ່ອງທາງເພື່ອແກ້ໄຂໃຫ້ສະຖານະການທາງການເງິນດີຂຶ້ນ.

No photo description available.

ສຳລັບປີ 2023 ນີ້ ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ທະນາຄານແຫ່ງ ສປປ ລາວ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ. ໃນນີ້, ຈະປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດທີ່ອະນຸຍາດໃຫ້ແຕ່ທະນາຄານທຸລະກິດເທົ່ານັ້ນສາມາດໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດ.

No photo description available.

ພ້ອມດຽວກັນນີ້ຈະສົມທົບກັບເຈົ້າໜ້າທີ່ຕິດຕາມກວດກາ ແລະ ປະຕິບັດມາດຕະການຕໍ່ການເຄື່ອນໄຫວທີ່ບໍ່ສອດຄ່ອງລະບຽບການຕາມກົດໝາຍ; ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດກຳນົດອັດຕາແລກປ່ຽນເງິນກີບທຽບເງິນໂດລາ ສອດຄ່ອງກັບສະພາບຄວາມຕ້ອງການ ແລະ ການສະໜອງຕົວຈິງພາຍໃນປະເທດ; ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນໍາເຂົ້າສິນຄ້າບູລິມະສິດໃຫ້ແຂງແຮງຂຶ້ນ.

No photo description available.

ນອກຈາກນັ້ນ, ຈະສຸມໃສ່ວຽກການປັບປຸງການຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ, ການນໍາເຂົ້າ ແລະ ການລົງທຶນຈາກຕ່າງປະເທດ ແລະ ແຫຼ່ງອື່ນຮອບດ້ານ ດ້ວຍການວາງແຜນຢ່າງເປັນລະບົບ ເພື່ອນຳເງິນຕາເຂົ້າສູ່ປະເທດຫຼາຍຂຶ້ນ, ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນການແລກປ່ຽນຂໍ້ມູນໃຫ້ທັນການ; ສົ່ງເສີມການນໍາໃຊ້ເງິນກີບຢ່າງແຂງແຮງ ໂດຍເລີ່ມຈາກການເຮັດວຽກກັບພາກສ່ວນກ່ຽວຂ້ອງ ​ແລະ ສົ່ງເສີມການນຳໃຊ້ເງິນກີບກັບສະກຸນເງິນຂອງບັນດາປະເທດຄູ່ຄ້າທີ່ສຳຄັນຕໍ່ເສດຖະກິດຂອງ ສປປ ລາວ.

No photo description available.
ທ່ານ ນາງ ສາລິກາ ຈັນທະລາວົງ ຮອງຫົວໜ້າກົມສະຖິຕິເສດຖະກິດ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ນອກຈາກຄຸ້ມຄອງບັນຫາການເງິນຟ່າງເຂັ້ມງວດແລ້ວ ຍັງຈະສຸມໃສ່ໃນການລົງສໍາຫຼວດ ແລະ ເກັບຂໍ້ມູນລາຄາສິນຄ້າ, ການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ພ້ອມທັງ ຈະຄົ້ນຄວ້າຂະຫຍາຍຕາໜ່າງການເກັບກໍານໍາໃຊ້ຂໍ້ມູນຜ່ານລະບົບອອນລາຍໃນການເກັບກໍາສະຖິຕິລາຄາ ແລະ ຄາດຄະເນເງິນເຟີ້ ໂດຍສົມທົບກັບບັນດາກະຊວງເສດຖະກິດກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານທີ່ກ່າວມານັ້ນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ.

No photo description available.