ເມືອງຫາດຊາຍຟອງ ຈັດສອບເສັງຄັດເລືອກນັກຮຽນເກັ່ງ ກຽມເຂົ້າຮ່ວມສອບເສັງຂັ້ນ ນະຄອນຫຼວງວຽງຈັນ

47

ໂຄງການສອບເສັງນັກຮຽນເກັ່ງສາຍສາມັນ ຂັ້ນປະຖົມ ປ5 ຂັ້ນມັດທະຍົມຕົ້ນ ມ4 ແລະ ມ7 ທັງພາກລັດ-ເອກະຊົນ ທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2022-2023 ຈັດຂຶ້ນເພື່ອຄົ້ນຄວ້າຊອກຫານັກຮຽນ ເກັ່ງທີ່ມີພອນສະຫວັນ ມີຄວາມຕັ້ງໃຈຮັກການຮ່ຳຮຽນຊອກຮູ້ຮອບດ້ານ ແລະ ປະສົບການ ເພື່ອກຽມພ້ອມສະແດງ ອອກທາງດ້ານຄວາມສາມາດສະເພາະ ແລະ ແນວຄິດຈິນຕະນາການອັນໃໝ່ ທັນສະໄໝ ພັດທະນາທັກສະທາງດ້ານ ມັນສະໝອງ ສະຕິປັນຍາໃຫ້ເຫັນກວ້າງ ແລະ ນຳໄປສູ່ວິທີການຮຽນຮູ້ແບບໃໝ່ໃຫ້ມີຄຸນນະພາບສູງຂື້ນເລື້ອຍໆ.

ການສອບເສັງດັ່ງດ່າວຈັດຂຶ້ນວັນທີ 8 ກຸມພາ 2023 ທີ່ໂຮງຮຽນ ມັດທະຍົມຕົ້ນທ່າມ່ວງ ໂດຍມີ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາ-ກິລາ ເມືອງຫາດຊາຍຟອງ ທ່ານ ຂັນໄຊ ແສງມະນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິ ການ-ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໂອກາດນີ້ ທ່ານ ສົມສີ ເທບພະວົງ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການເຄື່ອໄຫວທາງດ້ານວຽກງານວິຊາສະເພາະກໍ່ຄືການສຶກສາໄດ້ຈັດຕັ້ງປະຕິບັດ ໄປຕາມທິດ ທາງໂຄງການຫຼັກສູດ ການຈັດການຮຽນ-ການສອນໄປຕາມ 5 ຫຼັກມູນຂອງການສຶກສາ 3 ລັກສະນະ ຂໍ້ແຂ່ງຂັນ ແລະ ຄຳແນະນຳຂອງລັດຖະມົນຕີກະຊວງສຶກສາທິການ-ກິລາ ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນ ສາຍ ສາມັນສຶກສາ ປະຈຳສົກຮຽນ 2022-2023 ໃຫ້ໄດ້ຮັບຜົນດີ ເອົາໃຈໃສ່ເພີ່ມທະວີ ການຊອກຮູ້ຮ່ຳຮຽນຂອງນັກຮຽນ ສາຍສາມັນໃຫ້ມີຄວາມຫຼາກຫຼາຍທີ່ບໍ່ກົດດັນໃນການຮຽນຮູ້ວິທີແບບໃໝ່ຂອງເຂົາເຈົ້າ ແລະ ທັງນັ້ນກໍ່ຈະນຳໄປສູ່ການ ຈັດຕັ້ງປະຕິບັດພັດທະນາການສຶກສາໃຫ້ປາກົດຜົນເປັນຈິງມີຜົນສຳເລັດຕາມລະດັບຄາດໝາຍ ໃນນັ້ນໝາຍຄວາມວ່າ ຄະນະຮັບຜິດຊອບໂຄງ ການສອບສັງນັກຮຽນເກັ່ງຂັ້ນເມືອງ ອຳນວຍການໂຮງຮຽນມັດທະຍົມສຶກສາທົ່ວເມືອງ ພ້ອມ ດ້ວຍປະທານກຸ່ມການສຶກສາທັງ 9 ກຸ່ມ ແມ່ນໃຫ້ມີຄວາມເປັນເອກະພາບສອດຄ່ອງກັບແຈ້ງການສອບເສັງນັກຮຽນເກັ່ງ ຂອງພະແນກສຶກສາ-ກິລາ ນະຄອນຫຼວງວຽງຈັນ ວາງອອກ. ທັງນີ້, ກໍເພື່ອເປັນການກະຕຸກຊຸກຍູ້ໃຫ້ຄູອາຈານທຸກຄົນແຕ່ ລະໂຮງຮຽນ ແລະ ນັກຮຽນໄດ້ເພີ່ມຄວາມຫ້າວຫັນຕັ້ງໜ້າເອົາໃຈໃສ່ວຽກງານການແຂ່ງຂັນສອນດີຮຽນເກັ່ງເພື່ອຍາດແຍ່ງ, ເລືອກເຟັ້ນໃຫ້ກາຍເປັນຕົວເດັ່ນທີ່ມີຜົນງານອັນດັບໜຶ່ງຂອງເມືອງ ເພື່ອຈະໄດ້ເປັນຕົວແທນຖືກເລືອກໄປຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງຢູ່ຂັ້ນນະຄອນຫຼວງວຽງຈັນ ຕໍ່ໄປ.

ສຳລັບການສອບເສັງໃນຊັ້ນປະຖົມ ປ5 ພາກລັດ ແມ່ນຈະໄດ້ສອບເສັງຢູ່ 3 ວິຊາຫຼັກ, ວິຊາລະ 5 ຄົນ ລວມເປັນ 15 ຄົນຕໍ່ກຸ່ມການສຶກສາ ຊັ້ນ ປ5; ພາກເອກະຊົນ ສອບເສັງຢູ່ 3 ວິຊາຫຼັກ ວິຊາລະ 3 ຄົນ ລວມເປັນໂຮງຮຽນລະ 9ຄົນທີ່ໄດ້ສົ່ງຕົວແທນເຂົ້າຮ່ວມ; ສ່ວນຊັ້ນມັດທະຍົມສຶກສາ ມ4 ແລະ ມ7 ແມ່ນສອບເສັງຢູ່ 4 ວິຊາຫຼັກ ຖ້ານັກຮຽນບໍ່ຮອດ 20 ຄົນ ແມ່ນໃຫ້ຄັດເລືອກເອົາວິຊາລະ 1 ຄົນ ລວມຊັ້ນ ມ4 ມີ 4 ຄົນ ແລະ ຊັ້ນ ມ7 ມີ 4 ຄົນ. ສຳລັບນັກຮຽນທຸກຊັ້ນທຸກຄົນ ທີ່ສາມາດສອບເສັງຍາດໄດ້ອັນດັບທີໜຶ່ງໃນທຸກວິຊາ ສະເພາະຂັ້ນເມືອງກໍຈະໄດ້ຮັບການຄັດເລືອກໃຫ້ເປັນຕົວແທນ ເພື່ອໄປຮ່ວມສອບເສັງຢູ່ຂັ້ນຂອງນະຄອນຫຼວງວຽຈັນ.