ມົງລົງແລ້ວ! ສາວແຂວງອຸດົມໄຊ ອິນທິລາ ຄຸນພະຈັນສີ ນາງສາວທ່ອງທ່ຽວລາວ2023

70

ມົງລົງເປັນທີ່ຮຽບຮ້ອຍແລ້ວ! ຄວ້າມົງກຸດໄປຄອບຄອງຢ່າງສະຫງ່າງາມ ແລະ ສົມກຽດ ຕ້ອງຂໍສະແດງຄວາມຍິນດີດ້ວຍ ສາວງາມຕົວແທນຈາກແຂວງ ອຸດົມໄຊ ໄດ້ຮັບຕໍາແໜ່ງ ນາງສາວທ່ອງທ່ຽວລາວ Miss Tourism Laos 2023 ໄປຄອງໄດ້.

ໂດຍນ້ອງຄົນນີ້ມີຄວາມງາມ, ເກັ່ງ ແລະ ພຽບພ້ອມໄປດ້ວຍຄວາມຮູ້ຄວາມສາມາດ ເອົາຊະນະໃຈຄະນະກໍາມະການ ຈົນສາມາດ ຄວ້າຕໍາແໜ່ງ ນາງສາວ ທ່ອງທ່ຽວລາວ 2023 ໄປຄອບຄອງ.


ສາວງາມຄົນນີ້ກໍຄື ອິນທິລາ ຄຸນພະຈັນສີ MT 8 ຕົວແທນຈາກແຂວງອຸດົມໄຊນັ້ນເອງ ຄວ້າມົງກຸດ ພ້ອມໄດ້ຮັບເງິນລາງວັນ 150ລ້ານກີບໂດຍໄດ້ມີການປະກວດ ແລະ ປະກາດຜົນໃນຄໍ່າຄືນຂອງວັນທີ 29 ມັງກອນ 2023ນີ້ ງາມຍີ້ມຫວານ ເໜາະສົມກັບຕໍາແໜ່ງສຸດໆ.


ສໍາລັບເວທີ ການປປະກວດ Miss Tourism Laos ນາງສາວທ່ອງທ່ຽວລາວ ແມ່ນເປັນໜຶ່ງໃນໂຄງການປະກວດດີໆ ເພື່ອຄົ້ນຫາສາວງາມທີ່ມີຄວາມພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ ແລະ ກ້າສະແດງອອກ ຜູ້ທີ່ໄດ້ຄອບຄອງມຸງກຸດອັນຊົງຄຸນຄ່າແມ່ນຈະໄດ້ເປັນຕົວແທນຂອງແມ່ຍິງລາວ ໃນການເຜີຍແຜ່ວັດທະນະທໍາອັນດີງາມຂອງລາວ ໂດຍສະເພາະກໍແມ່ສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ອຸດົມສົມບູນຢູ່ທົ່ວທຸກແຂວງຂອງລາວເຮົາ ໃຫ້ແກ່ສາກົນໄດ້ຮັບຮູ້ ວ່າລາວກໍມີສະຖານທີ່ທ່ອງທ່ຽວທີ່ເປັນສິ່ງເອກອ້າງ, ມີເອກະລັກທີ່ບໍ່ຄືໃຜ. ພ້ອມນີ້, ຍັງມີຫຼາກຫຼາຍສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກ ແລະ ມົນສະເໜ່ຂອງແຕ່ລະແຂວງດ້ວຍ.

ອິນທິລາ ຄຸນພະຈັນສີ ຫຼື ໂນລາ ປັດຈຸບັນອາຍຸ 22 ປີ ສວນສູງ 168ຊັງຕີແມັດ, ເປັນຕົວແທນຈາກແຂວງອຸດົມໄຊ ຕອນນີ້ກໍາລັງສຶກສາທີ່ ສປ ຈີນ ຄະນະບໍລິຫານການທ່ອງທ່ຽວ ໂດຍເວທີຜ່ານມາແມ່ນເຄີຍຜ່ານການປະກວດນາງງາມ ຄືເວທີ ນາງສາວລາວ 2020 ແລະ Face of Laos 2022ນັ້ນເອງ.ນອກຈາກນີ້ ຍັງມີຜົນງານການສະແດງຕ່າງໆນໍາອີກ.

ການປະກວດນາງສາວທ່ອງທ່ຽວລາວໃນຄັ້ງນີ້ຍັງໄດ້ ສາວງາມທີ່ມີຄວາມໂດດເດັ່ນ ແລະ ສາມາດຄວ້າຕໍາແໜ່ງຮອງຊະນະເລີດ ນັ້ນກໍຄື MT 13 ອັກສອນສະຫວັນ ອິນທະລັງສີ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນເງິນສົດ ມູນຄ່າ 100.000.000ກີບ

.

ຮອງອັນດັບສອງໄດ້ແກ່ MT 6 ດາວັນ ແກ້ວສຸບັນ ຕົວແທນຈາກແຂວງ ບໍ່ແກ້ວ ໄດ້ຮັບລາງວັນ ເງິນສົດມູນຄ່າ 50.000.000ກີບ ແລະ ຂອງລາງວັນອື່ນໆນໍາອີກ.


ສຸດທ້າຍນີ້ຝາກແຟນຂ່າວບັນເທີງ ຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງໆຜູ້ຄວ້າຕໍາແໜ່ງຈາກເວທີອັນຊົງຄຸນຄ່ານີ້ດ້ວຍ ຜ່ານຊ່ອງທາງເພຈ : Miss Tourism Laos ນາງສາວທ່ອງທ່ຽວລາວ ແລະ ເພຈບຸກຂອງນາງສາວທ່ອງທ່ຽວລາວຄົນຫຼ້າສຸດ FB: Nola Khounphachansy