ເຊຍ! ນ້ອຍສີ ແສນຊັບ MT20 ເປົ້າໝາຍສູງສຸດ ຄືນໍາມົງກຸດກັບບ້ານໃຫ້ໄດ້

79

ສັ້ນໆງ່າຍໆ ຕ້ອງເອົາມົງກຸດກັບບ້ານໃຫ້ໄດ້! ມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈສຸດໆ ສໍາລັບສາວງາມ ຜູ້ເຂົ້າປະກວດໃນເວທີ ນາງສາວທ່ອງທ່ຽວລາວປະຈໍາປີ 2023 ແລະ ສາວງາມຄົນນີ້ກໍໄດ້ພົກພາ ຄວາມໝັ້ນໃຈ ແລະ ຄວາມກ້າສະແດງອອກມາຢ່າງເຕັມ 100% ຫວັງຄວ້າມຸງກຸດຈາກເວທີນີ້ໄປຄອງຢ່າງແນ່ນອນ ເຊຍກັນຫຼືຍັງ ສາວງາມຈາກແດນໃຕ້ຂອງລາວ ນ້ອຍສີ ແສນຊັບ MT20 ຜູ້ຜ່ານເຂົ້າຮອບ 20ຄົນ ໃນເວທີສາວງາມ ນາງສາວ ທ່ອງທ່ຽວລາວ.

ນ້ອຍສີບອກວ່າ ສໍາລັບຕົນເອງແມ່ນບໍ່ເຄີຍຜ່ານການປະກວດໃນເວທີໃດມາກ່ອນເລີຍ ເຊິ່ງນີ້ກໍເປັນສິ່ງທ້າທາຍຕົນເອງອີກຢ່າງໜຶ່ງເລີຍ ສໍາລັບສາຍນາງງາມ ແລະ ເຫດຜົນທີ່ຕົນເອງ ເລືອກທີ່ຈະເຂົ້າຮ່ວມປະກວດໃນຄັ້ງນີ້ ເຊິ່ງເປັນເວທີໃຫຍ່ກໍຍ້ອນວ່າມີຄວາມມັກຕັ້ງແຕ່ຍັງນ້ອຍແລ້ວ ແລະ ຢາກສຳຜັດກັບປະສົບການ, ຄວາມຮູ້ສຶກທີ່ແປກໃໝ່ ແລະ ຄວາມທ້າທາຍ.
ເມື່ອເວົ້າເຖິງຄວາມຄາດຫວັງຂອງການເຂົ້າຮ່ວມປະກວດ ນ້ອງໝັ້ນໃຈເລີຍວ່າເມື່ອໄດ້ລົງມືເຮັດສິ່ງໃດໜຶ່ງແມ່ນຕ້ອງເຮັດໃຫ້ດີທີ່ສຸດ ແລະ ນັ້ນກໍຄືຄວາມຄາດຫວັງສູງສຸດຂອງນ້ອງກໍຄື ການນໍາເອົາມົງກຸດອັນຊົງຄຸນຄ່າຈາກເວທີນາງສາວທ່ອງທ່ຽວລາວ ກັບບ້ານໃຫ້ໄດ້! ແລະ ນ້ອງເອງເປັນຄົນທີ່ມີທັດສະນະຄະຕິແຕກຕ່າງຈາກຄົນອື່ນ ພ້ອມປະເຊີນກັບອຸປະສັກ ແລະ ຄວາມລົ້ມເຫຼວ ແລະ ສິ່ງທ້າທາຍຕ່າງໆໃນຊີວິດ ເປັນນ້ຳບໍ່ເຕັມແກ້ວ ພ້ອມເປີດຮັບຄວາມຮູ້ໃຫມ່ໆ ປັບປຸງ, ແກ້ໄຂ ແລະ ພັດທະນາຕົວເອງຢູ່ຕະຫຼອດເວລາອີກດ້ວຍ.

ສິ່ງໜຶ່ງທີ່ນ້ອງເຊື່ອໝັ້ນ ແລະ ນໍາມາເປັນຄະຕິເຕືອນໃຈຂອງຕົນເອງຢູ່ສະເໝີນັ້ນກໍຄື “ຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ” ແລະ ນ້ອງເຊື່ອວ່າເມື່ອເຮົາພະຍາຍາມເຮັດເຕັມທີ່ທີ່ສຸດແລ້ວ ເຮົາຈະບໍ່ເສຍດາຍຢ່າງແນ່ນອນ ແລະ ສິ່ງສໍາຄັນ ໃນການຮ່ວມປະກວດຄັ້ງນີ້ ຖ້າຫາກນ້ອງເອງປະສົບຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ ໂດຍໄດ້ຕຳແໜ່ງ ນາງສາວທ່ອງທ່ຽວລາວປະຈໍາປີ 2023ນີ້ມາຄອບຄອງໄດ້ ນ້ອງເອງຈະຂໍເປັນສ່ວນໜຶ່ງໃນການສົ່ງເສີມໃຫ້ທຸກຄົນ ບໍ່ວ່າຈະເປັນພາກລັດ ຫຼື ເອກະຊົນໃຫ້ຮ່ວມແຮງຮ່ວມໃຈກັນ ຟື້ນຟູ ບູລະນະ ສະຖານທີ່ທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ໂດດເດັ່ນ ມີເອກະລັກ ແຕ່ຍັງຮັກສາຄວາມເປັນລາວ ເພື່ອທີ່ຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວບ້ານເຮົາ ສົ່ງຜົນໃຫ້ມີເງິນຕາເຂົ້າປະເທດ ປະຊາຊົນມີລາຍຮັບ ມີວຽກເຮັດງານທຳ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ສຸດທ້າຍນີ້ ຂໍຝາກໂຫວດແລະເຊຍເປັນກຳລັງໃຈໃຫ້ນ້ອຍແນ່ເດີ MT20 ສໍາລັບທ່ານໃດຢາກສົ່ງກໍາລັງແຮງເຊຍແຮງໃຈໃຫ້ສາວງາມຄົນນີ້ ກໍສາມາດເຂົ້າໄປໂຫວດ ເພື່ອສົ່ງກໍາລັງໃຈ ໃຫ້ນ້ອງໄດ້ສໍາລັບລາຍລະອຽດແມ່ນເຂົ້າໄປຕິດຕາມໄດ້ທີ່ເພຈຂອງ Miss Tourism Laos ນາງສາວທ່ອງທ່ຽວລາວໄດ້ເລີຍ ເພື່ອໃຫ້ໄດ້ຮັບລາງວັນພິເສດ “ຂວັນໃຈປະຊາຊົນ” ແລະເຂົ້າຮອບ 10 ຄົນ ໂດຍອັດຕະໂນມັດ ປະກາດລາງວັນ ໃນວັນທີ 29 ມັງກອນ 2023 ຮອບຕັດສິນ.