ໂອກາດໄປເຮັດວຽກຢູ່ເກົາຫຼີມາອີກແລ້ວ ເປົ້າໝາຍ 100 ຄົນສະເພາະນາຊາຍທອງ

89

ການໄປເຮັດວຽກຕາມລະດູການຢູູ່ເກົາຫຼີ ສ່ວນໃຫຍ່ຈະກ່ຽວກັບການກະສິກຳນັ້ນເປັນໂອກາດດີທີ່ປະຊາຊົນລາວເຮົາຈະໄດ້ໄປອອກແຮງງານ ເພື່ອນຳລາຍໄດ້ມາພັດທະນາຊີວິດຄອບຄົວແລະຍັງເປັນໂອກາດໃນການຮຽນຮູ້ບົດຮຽນປະສົບການວິຊາການຈາກ ສ.ເກົາຫຼີທີ່ຂຶ້ນຊື່ເລື່ອງການຜະລິດກະສິກຳເພື່ອນຳມາໝູນໃຊ້ຢູ່ບ້ານເຮົາຕໍ່ໄປ ຕາມແຈ້ງການຫຼ້າສຸດນີ້ແມ່ນຈະເປີດຮັບຜູ້ສົນໃຈໄປເຮັດວຽກຕາມລະດູການສະເພາະຄົນຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

May be an image of 9 people, people standing and outdoors
ການຮັບຄົນໄປເຮັດວຽກໃນຄັ້ງນີ້ມີເປົ້າໝາຍສະເພາະແຮງງານເພດຍິງທີ່ໂສດ ຫຼື ມີເງື່ອນໄຂ ແລະ ສົນໃຈໄປເຮັດວຽກຢູ່ ສ ເກົາຫຼີ ເນື່ອງຈາກປັດຈຸບັນເມືອງເມຍຢາງ ແມ່ນພ້ອມເປີດຮັບແຮງງານຈາກ ສປປ ລາວ ຈໍານວນ 100 ຄົນ ໂດຍເນັ້ນຍິງໄວອອກແຮງງານ ແລະ ຜ່ານການສັກວັກຊິນ 2 ເຂັມຂຶ້ນໄປ.

May be an image of one or more people, people standing, people sitting and indoor
ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ເລກທີ 0003/ຫກ ລົງວັນທີ 3 ມັງກອນ 2023 ເຖິງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນໃຫ້ປະກາດຮັບສະໝັກ ແຮງງານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອໄປເຮັດວຽກຕາມລະດູການ ທີ່ເມືອງເມຍຢາງ ສ.ເກົາຫຼີ.

May be an image of 4 people and outdoors
ເນື້ອໃນແຈ້ງການລະບຸວ່າ: ອີງຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ. ເກົາຫຼີ ລະຫວ່າງ ກົມການຈັດຫາງານ ແລະ ເມືອງ ເມຍຢາງ ສ.ເກົາຫຼີປະຈຸບັນ ເມືອງ ເມຍຢາງ ໄດ້ສະແດງເຈດຈຳນົງ ໃນການນໍາໃຊ້ແຮງງານ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນ 100 ຄົນໃຫ້ເປັນແຮງງານເພດຍິງ ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວ ໃນເດືອນ ມັງກອນ ແລະ ກຸມພາ 2023.

May be an image of 1 person and outdoors

ສະນັ້ນເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ຫ້ອງການ ກະຊວງ ຮສສ ແຈ້ງມາຍັງທ່ານເພື່ອປະກາດຮັບສະໝັກ ແລະ ຂຶ້ນທະບຽນແຮງງານຈຳນວນ 120 ຄົນ ໃນໄລຍະວັນທີ 04-05 ມັງກອນ 2023. ພາຍຫຼັງຂຶ້ນທະບຽນສຳເລັດແລ້ວ, ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະດຳເນີນການສຳພາດຄັດເລືອກ ເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 06-07 ມັງກອນ 2023.

May be an image of 6 people and people standing
ສຳລັບເງື່ອນໄຂແມ່ນຕ້ອງເປັນພົນລະເມືອງລາວ ອາໄສຢູ່ເມືອງນາຊາຍທອງ ຢ່າງໜ້ອຍ 1 ປີ; ເພດຍິງ ອາຍຸ 25-50 ປີ (ບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 1 ປີ); ລວງສູງ 150 ຊັງຕີແມັດຂຶ້ນໄປ; ມີສຸຂະພາບແຂງແຮງ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ, ພະຍາດຕິດຕໍ່ (ວັນນະໂລກ,ໂຄວິດ-19,ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ຊີຟີລິສ, ຜູ້ທີ່ໃຊ້ຢາເສບຕິດ); ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈໍາກັດການເດີນທາງອອກນອກປະເທດ; ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ,ຂຽນພາສາລາວໄດ້; ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ; ມີໂທລະສັບສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.

May be an image of outdoorsໂດຍເອກະສານປະກອບໃນເວລາລົງທະບຽນມີຮູບ 3×4 ພື້ນຂາວ ຈໍານວນ 1 ໃບ; ຮູບຂະໜາດ 3,5×4,5 ພື້ນຂາວ ຈໍານວນ 1 ໃບ; ກອບປີສໍາມະໂນຄົວ 1 ສະບັບ; ກອບປີບັດປະຈໍາຕົວ 1 ສະບັບ; ກອບປີພາສປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການພາຍຫຼັງທີ່ໄດ້ຮັບການຄັດເລືອກ) ແລະ ໃບຢັ້ງຢຶນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່.
ເປີດຮັບສະໝັກໃນໂມງລັດຖະການ (8:00-16:00 ໂມງ) ທີ່ສະໂມສອນ ຫ້ອງການປົກຄອງເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

No photo description available.

ລາຍລະອຽດຕາມນີ້

No photo description available.