ປະທັບໃຈແບສຸດໆ ງານເປີດໂຕ ປາແດກເພື່ອນວິນ ເຊີນສິລະປິນແຖວໜ້າຂອງໄທ ເຂົ້າຮ່ວມ

126

ປາກົດການຫ້າງແຕກໄດ້ເກີດຂຶ້ນແລ້ວ ໃນງານເປີດໂຕ ປາແດກ ເພື່ອນວິນ ທີ່ມີຂຶ້ນໃນວັນທີ 28 ກັນຍາ 2022 ເຊິ່ງເຈົ້າຂອງຜະລິດຕະພັນທີ່ເປີດໂຕໃໝ່ນີ້ ບໍ່ມີໃຜທີ່ຈະບໍ່ຮູ້ຈັກ ໂດຍສະເພາະສາວໆ ແລະ ໜຸ່ມໆສາຍສັ່ງເຄື່ອງອອນລາຍຈະຮູ້ຈັກກັນດີ ແລະ ທີ່ສໍາຄັນໜຸ່ມຄົນນີ້ ແມ່ນເປັນຜູ້ທີ່ມີໃຈບຸນມັກຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາ ແລະ ເປັນທີ່ຮັກຂອງແຟນໆຈໍານວນຫຼາຍ ນອກຈາກເປັນພໍ່ຄ້າແລ້ວ ໜຸ່ມຄົນນີ້ຍັງມີຜົນງານໃນວົງການບັນເທີງ ໂດຍການຮ່ວມສະແດງໃນເອັມວີເພງ ແລະ ໂຄສະນາຕ່າງໆ ນັ້ນກໍຄື ໜຸ່ມວິນ ວິວລ່ຽມ ນັ້ນເອງ.

ໃນງານເປີດໂຕຜະລິດຕະພັນປາແດກປຸງສຸກໃນຄັ້ງນີ້ ກໍຈັດແບບຍິ່ງໃຫຍ່ອະລັງການ ເພາະມີສິລະປີນທີ່ມີຊື່ສຽງທັງໃນລາວ ແລະ ໄທ ຮູ້ຈັກກັນດີ ທີ່ຈະມາຮ້ອງບົດເພງມາມອບ ຄວາມສຸກໃຫ້ກັບແຟນໆ ແລະ ເປັນສິລະປິນເພງບ້ານນາທີ່ມີຊື່ສຽງຕະຫຼອດການ ນັ້ນກໍຄືສາວຕ່າຍ ອໍລະໄທ  ທີ່ສ້າງສັນຜົນງານໂດ່ງດັງຕະຫຼອດການ ແລະ ສິລະປິນ T’jame Uno GX2 ນໍາອີກ ພ້ອມມີພິທີກອນທີ່ມາສ້າງຮອຍຍິ້ມ ແລະ ສຽງຫົວດ້ວຍກັນເຖິງສອງສາວຕາໜຶ່ງ ເເລະ ໂອ້ເລ້ ຫຼີຫຼຽວ ໃນງານມິນິຄອນເສີດ ຈັດຂຶ້ນທີ່ຕະຫຼາດເຊົ້າມໍ ຊັ້ນ 1  ໃນງານເປີດໂຕ “ ປາແດກເພື່ອນວິນ ” ດັ່ງກ່າວ.

ພາຍໃນງານໄດ້ມີບັນດາແຟນເພງ ທັງຂອງໜຸ່ມວິນ ແລະ ສາວຕ່າຍ ອໍລະໄທ ເຂົ້າຮ່ວມຢ່າງຄຶກຄື້ນໜາແໜ້ນບັນຍາກາດແມ່ນມ່ວນຊື່ນ ແລະ ເອີ້ນໄດ້ວ່າເປັນປາກົດການຫ້າງແຕກເລີຍກໍວ່າໄດ້ ເພາະເນື່ອງຈາກທັງສອງຄົນກໍມີແຟນໆຄອຍຕິດຕາມຜົນງານ ແລະ ໃຫ້ການສະໜັບສະໜູນໂດຍດີມາຕະຫຼອດ ເມື່ອມີໂອກາດແບບນີ້ ຈຶ່ງເຮັດໃຫ້ຫຼາຍຄົນຕ້ອງໄດ້ໄປຕິດຂອບເວທີ ເພື່ອສົ່ງກໍາລັງໃຈໃຫ້ທັງສອງຈົນແໜ້ນໜາເວທີເລີຍ.

ການເປີດໂຕໃນເທື່ອນີ້ ໜຸ່ມວິນ ກໍໄດ້ສ້າງຄວາມປະທັບໃຈໃຫ້ກັບແຟນໆບໍ່ໜ້ອຍເລີຍ ເພາະໄດ້ເຊີນສິລະປິນແຖວໜ້າຂອງປະເທດໄທ ທີ່ມີຖານແຟນໆຢ່າງໜາແໜ້ນຈາກສອງປະເທດ ເອີ້ນໄດ້ວ່າເຮັດໃຫ້ປະທັບໃຈແບບສຸດໆ ສະນັ້ນແຟນໆຂອງໜຸ່ມວິນ ພໍ່ຄ້າສຸດໃຈໃຫຍ່ໃຈດີ ທີ່ມັກຊ່ວຍເຫຼືອສັງຄົມແບບນີ້ ກໍຢ່າລືມອຸດໜູນຜະລິດຕະພັນ ແລະ ຕິດຕາມຜົນງານຂອງທັງສອງຕະຫຼອດໄປດ້ວຍ.

ປາແດກຂອງຄົນລາວ ເພື່ອສັງຄົມລາວ ສຳລັບ ປາແດກເພື່ອນວິນ ແມ່ນຄັດສັນປາແກ້ວພຣີມ້ຽມຄຸນນະພາບ ຜ່ານການໝັກພິເສດ ພ້ອມທັງເລືອກເອົາໂຮງງານທີ່ໄດ້ມາດຕະຖານ ແລະ ມີປະສົບການຫຼາຍກວ່າ 40 ກວ່າປີ ປະສົມປະສານ ຄວາມຕັ້ງໃຈ ຄິດຄົ້ນສູດປາແດກທີ່ເຂັ້ມຂຸ້ນແຊບນົວເຖິງໃຈ ແລະ ຖືກປາກຄົນລາວທີ່ສຸດ ແລະ ໃຊ້ເວລາໃນການຄິດຄົ້ນສູດເປັນເວລາຫຼາຍເດືອນ ຈຶ່ງຝາກທຸກຄົນອຸດໜູນ ແລະ ສະໜັບສະໜູນຜະລິດຕະພັນຂອງຄົນລາວເຮົາເອງດ້ວຍ ເຊິ່ງພາຍໃນງານກໍມີແຂກຮັບເຊີນຜູ້ມີກຽດ ແລະ ຄົນມີຊື່ສຽງຫຼາຍໆທ່ານເຂົ້າຮ່ວມ ເຊັ່ນ: ທ່ານ ນາງ ບົວຄໍາ ທິບພະວົງ, ທ່ານ ຈິລະສັກ ໄຊຊະນິດ ( ໂຈໂຈ້ ມິລະໂຄ ), ນາງ ສຸພາພອນ ສົມວິຈິດ ( ນຸ້ຍ ) Miss Universe Laos 2017, ນາງ ບົວພາ ແສນວົງສາ ເຈົ້າຂອງຮ້ານເຄື່ອງສຳອາງ Bouapha, ນ້ອງໆຈາກຄ້າຍ Tara Academy ແລະ ຄົນມີຊື່ສຽງອີກຫຼາກຫຼາຍທ່ານເຂົ້າຮ່ວມ, ນອກຈາກນີ້ພາຍໃນງານຍັງມີກິດຈະກຳສຳລັບຜູ້ທີ່ຊື້ຜະລິດຕະພັນ ປາແດກເພື່ອນວິນ ເລີ່ມແຕ່ 1 ກວດ ກໍສາມາດມີສິດລຸຸ້ນຮັບຂອງລາງວັນ ບໍ່ວ່າຈະເປັນ ໝໍ້ແດງ, ໝໍ້ຫູງເຂົ້າ, ໂທລະສັບ ແລະ ຕູ້ເຢັນ ໃຫ້ທຸກຄົນໄດ້ຮ່ວມຫຼິ້ນນຳກັນຢ່າງຄຶກຄື້ນ.