ວ້າວ! ຊຸດມາເຢີ້ຂວັນເອີ້ຍ ຈະໃຊ້ເປັນຊຸດປະຈໍາຊາດໃນເວທີ Miss Grand Internationnal 2022

97

ໄດ້ແລ້ວຊຸດທີ່ມີຄວາມໂດດເດັ່ນທີ່ສຸດ ແລະ ໄດ້ຮັບຊະນະເລີດ ໃຫ້ເປັນຊຸດປະຈໍາຊາດລາວ ທີ່ຈະໃຊ້ປະກວດໃນເວທີ Miss Grand Internation nal 2022 ນີ້ ເຊິ່ງເອີ້ນໄດ້ວ່າຊຸດດັ່ງກ່າວແມ່ນບົ່ງບອກ ຄວາມເປັນເອກະລັກ ສື່ເຖິງຮີດຄອງປະເພນີອັນດີງາມຂອງລາວເຮົາ ເຊິ່ງເປັນວັດທະນະທໍາທີ່ໄດ້ສືບທອດກັນມາ ແລະ ມີການປະພຶດປະຕິບັດມາແຕ່ບູຮານນະການ ນັ້ນກໍຄືພິທີບາສີສູ່ຂວັນນັ້ນເອງ ແລະ ຊຸດທີ່ຈະໃຊ້ໃນການປະກວດຄັ້ງນີ້ National Costume MISSGRAND LAOS 2022 MA YER KWAN ERY ມາເຍີ້ຂວັນເອີ້ຍ ທີ່ສວມໃສ່ໂດຍ ດີນ້າ ພຸດສະຫວັນ ວົງຄໍາຊາວ ນັ້ນເອງ.

ພິທີປະກາດເປີດໂຕຊຸດປະຈໍາຊາດດັ່ງກ່າວ ກໍແມ່ນໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2022 ເຊິ່ງຊຸດປະຈໍາຊາດມາເຢີ້ຂວັນເອີ້ຍ ຂອງ Miss Grand Laos 2022 ແມ່ນກຽມອວດໂສມ ສະແດງຄວາມມີເອກະລັກ ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃນເວທີໃຫຍ່ສາກົນ Miss Grand International 2022 ທີ່ປະເທດອິນໂດເນເຊຍ ໂດຍຊຸດດັ່ງກ່າວນີ້ແມ່ນຖືກອອກແບບໂດຍນັກອອກແບບໄວໜຸ່ມລາວ ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄຳ ແລະ ທ້າວ ພຸດທະວົງ ວົງໄຊຍາ ທີ່ໄດ້ຮັບລາງວັນຊະນະເລີດ ໃນການປະກວດຮອບຊຸດຄວາມຄິດສ້າງສັນໃນເວທີ ມິສແກຣນລາວ 2022


ຊຸດດັ່ງກ່າວນີ້ແມ່ນສື່ໄດ້ເຖິງເອກະລັກ ແລະ ຄວາມເປັນລາວໄດ້ດີທີ່ສຸດ ເພາະຈາກສີຂອງຊຸດທີ່ໄດ້ແຮງບັນດານໃຈຈາກພາຂວັນທີ່ເຮັດຈາກໃບຕອງກ້ວຍ ແລະ ປະດັບປະດາດ້ວຍດອກດາວເຮືອງ ແລະ ຝ້າຍຜູກແຂນສີຂາວ ສະອາດຕາ ເຊິ່ງເຮົາຈະເຫັນໄດ້ເປັນປະຈໍາໃນພິທີບາສີສູ່ຂວັນ ໃນວັນງານ ແລະ ພິທີທາງສາສະໜາສໍາຄັນຕ່າງໆ. ສະນັ້ນ, ຕ້ອງມາຖ້າລຸ້ນ ແລະ ໃຫ້ກຳລັງໃຈກັນອີກຄັ້ງ ເພື່ອໃຫ້ຊຸດ ມາເຢີ້ຂວັນເອີ້ຍນີ້ ໄດ້ລາງວັນຊຸດປະຈຳຊາດດີເດັ່ນໃນການປະກວດ ໃນ Miss Grand Internationnal ໃນທ້າຍປີນີ້.


ສໍາລັບຕົວແທນຂອງປະເທດລາວເຮົາໃນເວທີສາກົນໃນປີນີ້ ແມ່ນບໍ່ທໍາມະດາ ສາວຄົນເກັ່ງມາພ້ອມກັບຄວາມງາມ ແລະ ຍັງມີດີກຣີເປັນເຖິງນັກຮຽນນອກ ດີນ້າ ພຸດສະຫວັນ ວົງຄໍາຊາວ ປັດຈຸບັນອາຍຸ 25 ປີ, ສ່ວນສູງ 168 ຊັງຕີແມັດ, ຈົບປະລິນຍາຕີ ພາກວິຊາບັນຊີ – ການເງິນ ຈາກ Kent Institue, Sydney, Australia.


ຜ່ານມາ ຜົນງງານການເດີນສາຍປະກວດແມ່ນ ເຄີຍປະກວດ Laos Super Model 2015 ມາກ່ອນ ແລະ ໃນປີນີ້ ເນື່ອງດ້ວຍຄວາມພ້ອມທາງອາຍຸ, ວິໄສທັດ ແລະ ຄວາມໝັ້ນໃຈທີ່ເຕັມ 100 ຈຶ່ງໄດ້ເຂົ້າປະກວດໃນເວທີ Miss Grand Laos 2022 ແລະ ໄດ້ມົງກຸດໃຫຍ່ຈາກເວທີປະກວດໃນຄັ້ງນີ້ມາຄອງ.


ມີຄະຕິປະຈໍາໃຈແມ່ນ: “ Action, Consistent and endure lead to greatness in life, ການລົງມືທຳ, ຄວາມພະຍາຍາມ ແລະ ຄວາມສູ້ ຄວາມອົດທົນ ເປັນສິ່ງທີ່ນຳສິ່ງດີທີ່ສຸດເຂົ້າມາໃນຊີວິດ ”.


ທ້າຍນີ້ ກໍຂໍຝາກແຟນໆນາງງາມທຸກຄົນຊ່ວຍເປັນກໍາລັງໃຈ ແລະ ໃຫ້ການສະໜັບສະໜູນສາວງາມຄົນນີ້ ທີ່ຈະເປັນຕົວແທນຂອງປະເທດລາວໃນການປະກວດ Miss Grand International 2022 ທີ່ປະເທດອິນໂດເນເຊຍ ດ້ວຍ Facebook: Dina Phoutsa vanh vongkhamxao ແລະ ເພຈ Miss Grand Laos ດ້ວຍ.

ຮູບ: Miss Grand Laos ]