ດີນ້າ ເຜີຍ ພູມໃຈ, ດີໃຈ ທີ່ໄດ້ສວມໃສ່ຊຸດ “ມາເຢີ້ຂວັນເອີ້ຍ” ຈະສະແດງໃຫ້ຊາວໂລກຮູ້ວັດທະນະທໍາລາວ

54

ຈົບລົງໄປແລ້ວ ສໍາລັບ ງານເປີດໂຕຊຸດປະຈໍາຊາດຂອງ Miss Grand Laos 2022 ໃນຄໍ່າຄືນວັນທີ 23 ກັນຍາ 2022 ທີ່ໂຮງແຮມ Le Thatluang D’or Boutique.


ໂດຍ ພຸດສະຫວັນ ວົງຄຳຊາວ Miss Grand LAOS 2022 ໄດ້ປາກົດຕົວອອກມາພ້ອມກັບຊຸດປະຈຳຊາດທີ່ມີຊື່ວ່າ “ມາເຢີ້ຂວັນເອີ້ຍ (Ma Yer Kwan Ery)” ທີ່ສະແດງໃຫ້ເຫັນຊຸດສີຂຽວ ທີ່ແຊມສີຂາວ, ດ້ານຂ້າງຕົບແຕ່ງດ້ວຍຝ້າຍຜູກແຂນ, ເຄື່ອງປະດັບເທິງຫົວແມ່ນມີລັກສະນະເປັນໝາກເບັງໃນພິທີບາສີສູ່ຂວັນ ທີ່ປະຊາຊົນຊາວລາວຄຸ້ນເຄີຍກັນດີ ແລະ ຖ້າເບິ່ງອົງປະກອບໂດຍລວມເຮົາຈະເຫັນໄດ້ວ່ານີ້ເປັນຊຸດທີ່ບົ່ງບອກເຖິງວັດທະນະທຳແລະຄວາມເປັນລາວຢ່າງແທ້ຈິງ ໂດຍສະເພາະຄຳວ່າ “ມາເຢີ້ຂວັນເອີ້ຍ” ເຊິ່ງຄຳນີ້ ຄົນລາວເຮົາຈະໃຊ້ເພື່ອເອີ້ນຂວັນ ຫຼື ອວຍພອນໃຫ້ແກ່ຄົນໃນຄອບຄົວ, ໝູ່ຄູ່ຄົນສະໜິດ, ແຂກບ້ານໄທເມືອງທີ່ມາຢ້ຽມຢາມບ້ານເຮົາ.


ຊຸດມາເຢີ້ຂວັນເອີ້ຍ ເປັນຊຸດທີ່ຊະນະເລີດໃນການປະກວດ Miss Grand LAOS 2022 ແລະ ແນ່ນອນວ່າ ຜູ້ທີ່ຄອບຄົອງມຸດກຸດຈະໄດ້ສວມໃສ່ຊຸດນີ້ເພື່ອໄປໂຊ, ພີເຊັ້ນໃຫ້ສາກົນໄດ້ຮັບຮູ້ເຖິງຄວາມພິເສດຕ່າງໆຂອງຊຸດ ເຊິ່ງ ດີ້ນ້າ ບອກວ່າ ພ້ອມແລ້ວ 100 ເປີເຊັນກັບທຸກໆຢ່າງ ໂດຍມີການແນະນໍາ, ຊັບພອດຈາກທາງກອງທີ່ຝຶກຝົນໃຫ້ດີນ້າທຸກຢ່າງບໍ່ວ່າເປັນການຍ່າງ, ການຕອບຄໍາຖາມ ລວມທັງການປັບໂຕ ເພາະຕ້ອງໄປຄົນດຽວ ເຮັດທຸກຢ່າງເອງ ແລະ ດີນ້າຈະເຮັດເຕັມທີ່ສຸດໆ


ເຊິ່ງທາງຜູ້ອອກແບບ ນ້ອງ ຂັນໄຊ ແຖມພູຄຳ (ໝີກ່ານ) ອາຍຸ 20 ປີ ແລະ ນ້ອງ ພຸດທະວົງ ວົງໄຊຍາ (ຕົ້ນນ້ຳ) ອາຍຸ18ປີ ໄດ້ໃຫ້ສໍາພາດວ່າ ຈຸດເດັ່ນທີ່ຈະເອົາຊະນະ ຫຼື ໂຊອອກມາໃຫ້ເຫັນນັ້ນຄືວັດທະນະທໍາຂອງລາວ ທີ່ບໍ່ວ່າຈະເປັນໃຜ ຈະໄປຈະມາກໍຕ້ອງມີພິທີສູ່ຂວັນເອີ້ນຂວັນ ຕອນຮັບ ແລະ ມັດຂວັນສົ່ງ ເຊິ່ງເປັນປະເພນີທີ່ຄູ່ຄົນລາວມາດົນບໍ່ແພ້ປະເພນີອື່ນໆ ຈຸດນີ້ຈະສະແດງເຖິງຄວາມເປັນລາວວ່າມາລາວ ຫຼື ກັບຈາກລາວກໍຈະມີ ຄໍາວ່າ ມາເຢີ້ຂວັນເອີ້ຍ.


ໂດຍ ອ້າຍ ສາຍແກ້ວ ປະທານກອງປະກວດ Miss Grand LAOS ໄດ້ບອກວ່າ ໄດ້ກຽມພ້ອມ, ສອນນ້ອງແຕ່ງໜ້າ, ແຕ່ງໂຕໃນແຕ່ລະລຸກດ້ວຍຕົນເອງໃຫ້ເປະປັງ, ພາສາ ຄວາມຮູ້ຕ່າງໆ ສ່ວນຄວາມຄາດຫວັງຖ້າຖາມວ່າຄາດຫວັງສູງບໍ່ ກໍຫວັງໄວ້ຫຼາຍ ເພາະຖືວ່າປີນີ້ພະເສດ ຄົບຮອບ 10 ປີ Miss Grand International ເຊື່ອວ່າຈະມີຫຍັງພິເສດແນ່ນອນ

.


ສໍາລັບມື້ເດີນທາງໄປແທ້ໆ ຖ້າບໍ່ມີການປ່ຽນແປງ ແມ່ນ ວັນທີ 25 ຕຸລາ 2022 ຂໍເຊີນຊວນປະຊາຊົນຊາວລາວສົ່ງແຮງໃຈ ໃຫ້ກັບ ພຸດສະຫວັນ ວົງຄຳຊາວ ໃນການແຂ່ງຂັນ Miss Grand International 2022 ທີ່ປະເທດອິນໂດເນເຊຍນຳເດີ້.