ປຸ້ຍ ກິດຕິມາ ຄັນທະເພັງໄຊ ຮອງອັນດັບ 3 Miss Grand Laos 2022 “ອ່ອນໂຍນແຕ່ບໍ່ອ່ອນແອ ແຂງແກ່ງແຕ່ບໍ່ແຂງກະດ້າງ”

46

ມາຮູ້ຈັກຄົນນີ້ ຮອງອັນດັບ 3 Miss Grand Laos 2022 ປຸ້ຍ ກິດຕິມາ ຄັນທະເພັງໄຊ ອາຍຸ 22 ປີ
ທັດສະນະຄະຕິປະຈຳໃຈ ອ່ອນໂຍນແຕ່ບໍ່ອ່ອນແອ ແຂງແກ່ງແຕ່ບໍ່ແຂງກະດ້າງ

.


ປຸ້ຍ ຫຼື ກິດຕິມາ ຄັນທະເພັງໄຊ ຕອນນີ້ກຳລັງສຶກສາຢູ່ທີ່ພາກວິຊາ ເສດຖະສາດນຳໃຊ້ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ

.


ສ່ວນທີ່ຜ່ານມາກໍເຄີຍຜ່ານວຽກໃນວົງການບັນເທີງມາຫຼາຍດ້ານ ທັງເປັນພິທີກອນ, ນັກສະແດງ ແລະ ເປັນນາງແບບ. ເຄີຍສະແດງເປັນ Cover MV ເພງໃສ່ໃຈໄດ້ແຕ່ມອງ ແລະ ນອກນັ້ນກໍເປັບຮັບເຊີນເລັກໆນ້ອຍໆ, ກ່ອນຈະມາປະກວດເວທີ Miss Grand Laos ແມ່ນປຸ້ຍເຄີຍປະກວດ Miss World Laos ມາກ່ອນຕອນນັ້ນແມ່ນໄດ້ Top10.

.


ໃນຄວາມຄິດຂອງປຸ້ຍ Miss grand laos ຕ້ອງເປັນຄົນທີ່ມີແສງໃນໂຕ ມີຄວາມໂດດເດັ່ນເປັນຕົວຂອງໂຕເອງທີ່ພິເສດກວ່າຄົນອື່ນ ມີຄວາມໝັ່ນໃຈກ້າສະແດງອອກ ມີຄວາມແຂງແກ່ງທີ່ມາພ້ອມກັບຄວາມໜ້າຮັກຢູ່ໃນຕົວ ເປັນຄົນສະຫຼາດຄິດ ສະຫຼາດເວົ້າ ກ້າເຮັດໃນສິ່ງທີ່ຖືກຕ້ອງ ແລະ ບໍ່ສະໜັບສະໜູນການກະທຳຜິດໃນທຸກຮູບແບບ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ. ພ້ອມທັງຮູ້ຈັກພັດທະນາຕໍ່ຍອດໃຫ້ອົງກ່ອນ ແລະ ສ້າງປະໂຫຍດເພື່ອສ່ວນລວມໃຫ້ແກ່ປະເທດຊາດ.

.

.


F.B: Pouy Kittima