ຊຸດ “ມວ່ນຊື່ນປະເພນີບຸນບັ້ງໄຟ” ສວມໃສ່ໂດຍ MGL16 ສຸກັນຍາ ສຸລິວົງ

51

ແນະນໍາອີກ 1 ຊຸດໃນເວທີປະກວດ Miss grand Laos 2022 ຊຸດ “ມວ່ນຊື່ນປະເພນີບຸນບັ້ງໄຟ”


ທີ່ໄດ້ແຮງບັນດານໃຈມາຈາກ ງານປະເພນີບຸນບັ້ງໄຟຂອງລາວເຮົາ ເຊິ່ງເປັນອີກງານໜຶ່ງທີ່ຄົນລາວເຮົາໃຫ້ຄວາມສໍາຄັນຫຼາຍ ແລະ ຍັງສືບທອດກັນມາເຖິງປັດຈຸບັນ ພໍມາຮອດເດືອນ 6 ລາວ ເປັນໄລຍະລະດູຝົນ ປະຊາຊົນລາວບັນດາເຜົ່າ

ໂດຍສະເພາະຊາວໄຮ່ ຊາວນາ ກະກຽມລົງໄຮ່ລົງນາ ເພື່ອທໍາການຜະລິດໃຫ້ຖືກຕ້ອງຕາມລະດູການ ແລະ ຕາມປະເພນີສືບທອດກັນມາ ຈະໄດ້ມີບຸນບັ້ງໄຟ ເຊິ່ງເປັນບາງບຸນໃຫຍ່ໜຶ່ງໃນຮີດ 12 ຄອງ 14 ຂອງລາວຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ລາວ


ເຊື່ອກັນວ່າເປັນພິທີກໍາຄອບໄຂ່ວ ເພື່ອຂໍຝົນ ໃຫ້ຕົກຕາມລະດູການ ໃຫ້ຜົນຜະລິດ ແລະ ພືດພັນ ງອກງາມນັ້ນເອງ
ອອກແບບ ແລະ ຕັດຫຍິບໂດຍ ບຸນມີ ບົວແກ້ວ ແລະ ຂັນໄຊ ແຖນວົງຄໍາ


ຫ້ອງເສື້ອ”ປານເທບ”
ສວມໃສ່ຊຸດໂດຍ “MGL16 ສຸກັນຍາ ສຸລິວົງ (ອິງອິງ) ເປັນນາງງາມອີກຄົນທີ່ໃຈນັກສູ້ແຮງ ເຖິງເຮົາຈະບໍ່ມີໂອກາດຊ້ອມຊຸດລອງຊຸດມາກ່ອນ (ມາຊ້ອມຫນ້າງານ)ແຕ່ເອື້ອຍເລົາກໍ່ເຕັມທີ່ໃຫ້ຄວາມຮ່ວມມືເປັນຢ່າງດີ ແລະພີ່ເຊັ່ນຊຸດອອກມາດີອີ່ຫລີ


ຝາກຕິດຕາມຊົມ ແລະ ເຊີຍ ວ່າໃຜຈະເປັນ1 ແລະ ຊຸດໃດຈະໄດ້ເປັນຊຸດປະຈໍາຊາດຂອງບັນດາສາວງາມ ທີ່ຈະເປັນຕົວແທນປະເທດ ຮອບຕັດສິນ ວັນທີ 27 ທີ່ ຫໍປະຊຸມແຫ່ງຊາດ ເລີ່ມ 19:00 ເປັນຕົນໄປ