ຄວາມໃຝ່ຝັນຄືການໄດ້ຄອບຄອງມົງກຸດອັນຊົງຄຸນຄ່າ ເຊຍສາວຍິ້ມຫວານ MGL08 ຄໍາພອຍ ແກ້ວປະເສີດ

57

ທີມຂ່າວບັນເທີງຍັງພາຕາມຕິດຜົນງານ ແລະ ແນະນໍາໃຫ້ທຸກຄົນໃຫ້ໄດ້ຮູ້ຈັກກັບສາວງາມທັງ 20 ຄົນ ທີ່ຜ່ານເຂົ້າຮອບ ໃນການປະກວດຈາກເວທີ Miss Grand Laos 2022 ເຊິ່ງໃນປີນີ້ນ້ອງໆຜູ້ເຂົ້າປະກວດທຸກຄົນ ກໍມີຄວາມກ້າຫານ, ກ້າສະແດງອອກ ແລະ ຄວາມສາມາດອື່ນໆທີ່ແຕກຕ່າງກັນ ແລະ ສິ່ງສໍາຄັນໃນປີນີ້ ທຸກຄົນກໍລ້ວນແຕ່ມີ ຄວາມໂດດເດັ່ນສະເພາະຕົວ ເຊັ່ນດຽວກັນກັບນ້ອງຄົນນີ້ເລີຍ ທີ່ມີຄວາມໂດດເດັ່ນ ແລະ ສົດໃສໜ້າຮັກທີ່ສຸດ ໂດຍສະເພາະເວລາຍິ້ມ MGL08 ພອຍ ຄຳພອຍ ແກ້ວປະເສີດ ຜູ້ເຂົ້າປະກວດເວທີ Miss Grand Laos ປີນີ້ ແລະ ປັດຈຸບັນອາຍຸ 24 ປີ, ສູງ 167 ຊັງຕີແມັດ ແລະ ຈົບການສຶກສາ IT ຈາກ Quest college ດ້ວຍ.

ພອຍ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ການປະກວດໃນເວທີມິສແກຣນລາວປີນີ້ ແມ່ນເປັນເວທີທໍາອິດສໍາລັບຕົນເອງເລີຍ ເຊິ່ງເຫດຜົນທີ່ເລືອກລົງປະກວດເວທີນີ້ ກໍຍ້ອນຮູ້ສຶກວ່າບຸກຄະລິກຕົນເອງເຂົ້າກັບເວທີຂອງມິສແກຣນ ແລະ ຢາກລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ.

ສໍາລັບຄວາມຄາດຫວັງຂອງນ້ອງໃນການເຂົ້າຮ່ວມປະກວດໃນຄັ້ງນີ້ ເຊິ່ງພອຍເຊື່ອວ່າແນ່ນອນຢູ່ແລ້ວທຸກຄົນທີ່ລົງປະກວດກໍຕ້ອງມີຄວາມຄາດຫວັງມົງກຸດອັນຊົງຄຸນຄ່າຢ່າງແນ່ນອນ ແລະ ນ້ອງກໍເປັນໜຶ່ງໃນນັ້ນທີ່ຢາກປະສົບຜົນສໍາເລັດ ແລະ ໄດ້ມົງກຸດມາຢັ້ງຢືນຄວາມສໍາເລັດຂອງຕົນເອງ ແຕ່ນອກຈາກມົງກຸດແລ້ວ ພອຍເອງກໍຄາດຫວັງຢາກໄດ້ບົດຮຽນ ເພື່ອພັດທະນາບຸກຄະລິກກະພາບຂອງຕົນເອງໃຫ້ດີຂຶ້ນ.

ຖ້າຖາມເຖິງເລື່ອງຂອງຈຸດເດັ່ນ ຫຼື ຄວາມສາມາດພິເສດ ສໍາລັບພອຍແມ່ນອາດຈະມີຄວາມແຕກຕ່າງຈາກຄົນອື່ນໆ ກໍຄືເປັນຄົນທີ່ໜ້ານິ້ງ ( ແຕ່ເວລາຍິ້ມແລ້ວລະລາຍ ) ແລະ ເປັນຄົນທີ່ບໍ່ຍອມກັບຫຍັງງ່າຍໆ ແລະ ນອກຈາກນີ້ ພອຍຍັງມີຄວາມສາມາດກໍຄືນ້ອງເປັນ DJ ມາຫຼາຍກວ່າ 4 ປີ ເປີດໄດ້ທຸກແນວທຸກສະ   ໄຕລ ເຄີຍເປີດໃນງານ Vangvieng festival, Beerlao musiczone, ຕາມງານຕ່າງໆດ້ວຍ.

ຄະຕິປະຈຳໃຈຂອງພອຍທີ່ໃຊ້ເປັນແຮງພັກດັນໃຫ້ກັບຕົນເອງແມ່ນ “ ພຽງແຕ່ເຮົາບໍ່ຍອມຜ່າຍແພ້ ທຸກຢ່າງສາມາດເປັນໄປໄດ້ ”.

ສົມມຸດຖ້າຫາກຄວາມຝັນຂອງນ້ອງປະສົບຄວາມສໍາເລັດ ແລະ ຖ້າໄດ້ຕຳແໜ່ງສິ່ງທີ່ນ້ອງຢາກເຮັດເພື່ອສັງຄົມ ກໍຄືສົ່ງພະລັງບວກ, ຄວາມຄິດບວກ ໃຫ້ແກ່ຄົນທີ່ມີຄວາມຄິດລົບໆກ່ຽວກັບຄົນອື່ນ ເພື່ອຫຼຸດການ bully    ( ສຽດສີ ) ລົງ ເພາະໃນປັດຈຸບັນແມ່ນສັງຄົມເຮົາຍັງບໍ່ທັນເປີດ ກວ້າງ ບໍ່ວ່າຈະເປັນຄວາມຄິດລົບກ່ຽວກັບກຸ່ມ LGBTQ ຫຼື ການຕັດສິນຄົນຈາກຮູບຮ່າງໜ້າຕາພາຍນອກ ແລະ ລວມໄປເຖິງການແບ່ງຊົນຊັ້ນວັນນະ. ສະນັ້ນ, ພອຍເອງ ຈຶ່ງຢາກເຜີຍແຜ່ກ່ຽວກັບເລື່ອງພວກນີ້ເພື່ອໃຫ້ສັງຄົມເຮົາໜ້າຢູ່ຫຼາຍຂຶ້ນ.

ສຸດທ້າຍນີ້ກໍຂໍຝາກທຸກຄົນ ຝາກເຊຍ MGL08 ແລະ ເປັນກໍາລັງໃຈໃຫ້ແດ່ເດີ ນ້ອງຈະເຮັດໃຫ້ເຕັມທີ່ທີ່ສຸດ, ສໍາລັບຊ່ອງທາງໃນການຕິດຕາມແມ່ນສາມາດຕິດຕາມໄດ້ເລີຍທີ່ Mzz’Ploy Keopaserth.

[ ຮູບ: Mzz’Ploy Keopaserth ]