ລາວພົບຜູ້ທີ່ເປັນໄຂ້ຍຸງລາຍອີກ 242 ຄົນ ຕອນນີ້ຕົວເລກທະລຸ 6.760 ກໍລະນີ

51

ເມື່ອກ້າວເຂົ້າສູ່ຝົນມັກຈະມີພະຍາດໄຂ້ຍຸງລາຍລະບາດ ຖືວ່າເປັນພະຍາດທີ່ຮ້າຍແຮງອີກໜຶ່ງ ທີ່ຈະສາມາດພາກເອົາຊີວິດຂອງຄົນໄປໄດ້ຢ່າງໄວວາ ແຕ່ຖ້າເຮົາປ້ອງກັນຕົວເອງ ກໍ່ຈະຫຼຸດຄວາມສ່ຽງນັ້ນລົງໄດ້ ແລະ ຕອນນີ້ເຫັນວ່າຕົວເລກຜູ້ທີ່ເປັນໄຂ້ຍຸງລາຍແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈິ່ງຢາກໃຫ້ທຸກຄົນຢ່າໄດ້ຖືເບົາໂດຍເດັດຂາດ.

ຕາມການລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 6 ກໍລະກົດ 2022 ນີ້ກ່ຽວກັບຕົວເລກຂອງຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແມ່ນມີການຕິດເຊື້ອເພີ່ມຂຶ້ນ ຫຼື ໃໝ່ 242 ຄົນ ເຊິ່ງຖືວ່າເປັນຕົວເລກທີ່ສູງສົມຄວນ ແລະ  ເຮັດໃຫ້ປັດຈຸບັນມີຜູ້ຕິດເຊື້ອສະສົມຢູ່ທີ່ 6.760 ຄົນ ແລະ ເສຍຊີວິດສະສົມ 8 ຄົນ.

ນະຄອນຫຼວງວຽງຈັນຍັງເປັນເຂດທີ່ມີຜູ້ຕິດເຊື້ອໄຂຍຸງສູງສຸດໃນຕອນນີ້ຄື 3.462 ເສຍຊີວິດໄປແລ້ວ 4 ຄົນ ແລະຈາກສະພາບຕົວຈິງໃນປັດຈຸບັນຢູ່ຕາມໂຮງໝໍແຫ່ງຕ່າງໆ ກໍລະນີຕິດເຊື້ອໄຂ້ຍຸງກໍ່ເພີ່ມຂຶ້ນນັບມື້ຫຼາຍຂຶ້ນ ດັ່ງນັ້ນ, ຝາກທຸກຄົນໃຫ້ເອົາໃຈໃສ່ປ້ອງກັນຕົນເອງ ແລະຄົນຮອບຂ້າງດ້ວຍການທຳລາຍແຫຼ່ງເພາະພັນຂອງຍຸງ ພ້ອມນີ້ຢ່າໄດ້ເມີນເສີຍຕໍ່ການເປັນໄຂ້ເລັກນ້ອຍເພາະທ່ານອາດເປັນອາການເລີ່ມຕົ້ນຂອງໄຂ້ຍຸງກໍ່ເປັນໄປໄດ້.

ອາການຂອງຄົນເປັນໄຂ້ຍຸງຈະສະແດງອອກດັ່ງນີ້:

. ໄຂ້ສູງຕະຫຼອດ 2-7 ວັນ

. ເຈັບຫົວ, ປວດຮາກ, ປວດເມື່ອຍຕາມກ້າມຊີ້ນແຮງ

. ມີຜື່ນແດງຕາມຜິວໜັງ, ມີຈຸດຊ້ຳເລືອດອອກ

. ເລືອດຊຶມອອກຕາມເຟັນແຂ້ວ

. ຮາກອອກເລືອດຫຼືຖ່າຍດຳ ໄລຍະນີ້ບາງຄົນອາດຊ໋ອກ, ໂຕເຢັນ, ໂຫນຫວຍ, ງ່ວງຊືມ, ໝົດສະຕິ ແລະອາດຕາຍໄດ້

ສະນັ້ນຖ້າທ່ານເອງ ຫຼື ຄົນໃກ້ຕົວມີອາການຕ່າງໆດັ່ງທີ່ນຳສະເໜີມານີ້ແມ່ນໃຫ້ຮີບໄປໂຮງໝໍເພື່ອກວດຕາມຄວາມເປັນຈີງ ແລະບໍ່ຄວນຊື້ຢາມາກິນເອງ ເພື່ອທ່ານຕິດເຊື້ອໄຂ້ຍຸງຈິ່ງສາມາດປົວໄດ້ທັນການ ແລະບໍອັນຕະລາຍເຖິງຊີວິດ.

ພາບປະກອບຂ່າວ