ທະນາຄານໂລກ ຕັ້ງກອງທຶນສະໜັບ ສະໜູນ – ຮັບມືກັບພະຍາດລະບາດໃຫຍ່

65

ສຳນັກຂ່າວ ເອເອັຟພີ ລາຍງານໃນວັນທີ 30 ມິຖຸນາຜ່ານມາວ່າ ຄະນະກຳມະການຂອງທະນາຄານໂລກ ໄດ້ອະນຸມັດສ້າງຕັ້ງກອງທຶນເພື່ອສ້າງ ຄວາມເຂັ້ມແຂງໃນການຕໍ່ສູ້ກັບພະຍາດລະບາດໃຫຍ່ ໂດຍກອງທຶນດັ່ງກ່າວນີ້ ຈະສະໜັບສະໜູນການປ້ອງກັນ, ກຽມຄວາມພ້ອມ ແລະ ການຕອບສະໜອງ ( PPR ) ໃຫ້ແກ່ປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ.

ທ່ານ ເດວິດ ມັລພາສ ປະທານທະນາຄານໂລກ ກ່າວວ່າ: ທະນາຄານໂລກເປັນຜູ້ສະໜັບສະໜູນດ້ານການເງິນລາຍໃຫຍ່ທີ່ສຸດຂອງ PPR ໂດຍຈະດຳເນີນການໃນປະເທດກຳລັງພັດທະນາຫຼາຍກວ່າ 100 ປະເທດ ເພື່ອສົ່ງເສີມໃຫ້ລະບົບສາທາລະນະສຸກໃນປະເທດເຫຼົ່ານີ້ໃຫ້ມີຄວາມເຂັ້ມແຂງ.

ກອງທຶນດັ່ງກ່າວນີ້ເອີ້ນວ່າກອງທຶນສື່ກາງທາງການເງິນ ( FIF ) ໂດຍຈະຈັດຫາເງິນທຶນເພື່ອນຳມາສະໜັບສະໜູນບັນດາປະເທດ ແລະ ພູມີພາກທີ່ມີລາຍໄດ້ຕ່ຳ ແລະ ປານກາງ ເພື່ອກຽມຄວາມພ້ອມສຳລັບການຮັບມືກັບການລະບາດໃຫຍ່ໃນຕໍ່ໜ້າ.