JP Morgan ເຕືອນເສດຖະກິດສະຫະລັດສ່ຽງທົດຖອຍໃນປີນີ້

66

ນັກວິເຄາະຂອງ JP Morgan ຄາດການວ່າເສດຖະກິດສະຫະລັດ ມີຄວາມສ່ຽງເຂົ້າສູ່ສະພາວະທົດຖອຍໃນປີນີ້ ເມື່ອພິຈາລະນາຈາກການຫົດຕົວຂອງ ຈີດີພີ ໃນໄຕມາດທຳອິດ ແລະ ການທີ່ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ວາງແຜນປັບຂຶ້ນອັດຕາດອກເບ້ຍ.

ການຄາດການຂອງ JP Morgan ມີຂຶ້ນພາຍຫຼັງທີ່ກະຊວງການຄ້າສະຫະລັດອາເມຣິກາ ອອກມາເປີດເຜີຍຕົວເລກຄາດການ ຈີດີພີ ຄັ້ງສຸດທ້າຍ ໃນວັນທີ 29 ມິຖຸນາຜ່ານມາວ່າ: ເສດຖະກິດຂອງສະຫະສະລັດ ຫົດຕົວ 1,6% ຈາກທີ່ຄາດການ 2 ຄັ້ງຜ່ານມາ ຈະຫົດຕົວ 1,4% ແລະ 1,5% ຕາມລຳດັບ ແລະ ຖ້າຫາກວ່າໄຕມາດ 2 ຂອງປີນີ້ ຫົດຕົວອີກກໍຈະເຮັດໃຫ້ເສດຖະກິດຂອງສະຫະລັດຫົດຕົວຢ່າງຫຼີກລ່ຽງບໍ່ໄດ້.

JP Morgan ຄາດການວ່າ: ເສດຖະກິດສະຫະລັດ ຫຼື ອາດລວມທັງເສດຖະກິດໂລກ ມີ ຄວາມສ່ຽງສູງທີ່ຈະເຂົ້າສູ່ສະພາວະທົດຖອຍໃນປີນີ້ ໂດຍພິຈາລະນາເຖິງຄວາມວິຕົກກັງວົນກ່ຽວກັບບັນຫາເງິນເຟີ້ ບວກກັບການທີ່ເຟດ ປັບຂຶ້ນອັດຕາດອກເບ້ຍຮຸນແຮງຂຶ້ນ ແລະ ດັດສະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງຢ່າງຮຸນແຮງ ເຊິ່ງປັດໄຈເຫຼົ່ານີ້ອາດເຮັດໃຫ້ເສດຖະກິດສະຫະລັດ ແລະ ເສດຖະກິດໂລກທົດຖອຍໄດ້.

JP Morgan ລະບຸວ່າ: ຄວາມວິຕົກກັງວົນມີສອງປັດໄຈຫຼັກ ໄດ້ແກ່ (1) ເຟດຢຸດຕິໂຄງການຊື້ພັນທະບັດສຸກເສີນ ແລະ ຫຼຸດຂະໜາດງົບດຸນ ( Quantitative Tightening ຫຼື QT ) ລົງ ແລະ (2) ຄວາມຂັດແຍ່ງລະ ຫວ່າງ ຣັດເຊຍ ແລະ ອູແກຣນ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ເຊິ່ງທະນາຄານກາງສະຫະລັດ ບໍ່ມີທາງເລືອກອື່ນ ນອກຈາກຈະໃຊ້ມາດຕະການຄວບຄຸມດ້ານການເງິນ ເນື່ອງຈາກສະພາບຄ່ອງໃນລະບົບມີສູງເກີນໄປ, ການດຳເນີນການດັ່ງກ່າວມີເປົ້າໝາຍ ເພື່ອຈຳກັດສະພາບຄ່ອງບາງສ່ວນອອກຈາກລະບົບ ເພື່ອຢຸດຕິການເກງກຳໄລ ດຶງລາຄາທີ່ພັກອາໄສ ແລະ ລາຄາສິນຄ້າໃຫ້ຫຼຸດລົງ.

ສ່ວນຄວາມຂັດແຍ່ງລະ ຫວ່າງ ຣັດເຊຍ ແລະ ອູແກຣນນັ້ນ ເຮັດໃຫ້ລາຄາພະລັງງານ ແລະ ລາຄາອາຫານເພີ່ມຂຶ້ນຢ່າງກ້າວກະໂດດ ແລະ ຖ້າຫາກວ່າຄວາມຂັດແຍ່ງດັ່ງກ່າວນີ້ແກ່ຍາວ ຄາດວ່າ ຈະເຮັດໃຫ້ ລາຄານ້ຳມັນເພີ່ມຂຶ້ນ ຈຸ 150 – 175 ໂດລາຕໍ່ບາເຣວ.