ເຂົ້າກອງໃຫຍ່ເກັບຕົວຮຽບຮ້ອຍແລ້ວ ສໍາລັບ ມິນນີ້ ແອ໋ງມະນີ Miss International Queen Laos 2022

334

ມາຮ່ວມເປັນກຳລັງໃຈໃຫ້ກັບ Miss International Queen Laos 2022 ຄວ້າມົງໃຫຍ່ໃນເວທີສາກົນ Miss International Queen Pageant 2022 ໃນຄັ້ງນີ້ ທີ່ຫຼ້າສຸດເດີນທາງເຂົ້າຮ່ວມປະກວດໃນເວທີສາກົນແລ້ວໃນມື້ວານນີ້ 14 ມິຖຸນາ 2022 ເພື່ອເຂົ້າຮ່ວມເກັບຕົວກັບນາງງາມຈາກປະເທດຕ່າງໆກັບທາງກອງໃຫຍ່. ສ່ວນມື້ຕັດສິນຈະໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2022 ທີ່ພັດທະຍາ ປະເທດໄທ ໂດຍການປະກວດໃນຄັ້ງນີ້ມີສາວງາມຈາກ 24 ປະເທດເຂົ້າຮ່ວມ.

ໃນທີ່ສຸດເວລານາທີຂອງແຟນໆນາງງາມ ຫຼື LGBTQ ກໍໃກ້ເຂົ້າມາເລື້ອຍໆແລ້ວ ພ້ອມກັນ ຫຼື ຍັງ ທີ່ຈະສົ່ງແຮງໃຈເຊຍໃຫ້ ມິນລະດາ ແອ໋ງມະນີ ຫຼື ມິນນີ້ Miss International Queen Laos 2022 ປັດຈຸບັນອາຍຸ 26 ປີ ແລະ ກຳລັງສຶກສາປະລິນຍາໂທທີ່ ສປ ຈີນ ສາຂາ account banking ແຕ່ຍ້ອນສະຖານະການໂຄວິດ – 19 ເລີຍໄດ້ ດ໋ອບການຮຽນລົງ ແລະ ຫັນມາຊ່ວຍທຸລະກິດຄອບຄົວ ແລະ ມີຮ້ານສັ່ງຕັດເກີບອອນລາຍ ຊື່ວ່າ MChoo ເປັນຂອງຕົນເອງ.

ສໍາລັບສາວງາມຄົນນີ້ ມີ ຄວາມສາມາດພິເສດ ສາມາດເວົ້າໄດ້ຫຼາຍກວ່າ 4 ພາສາ ຄື: ລາວ, ໄທ, ຈີນ, ອັງກິດ, ຍີ່ປຸ່ນ ແລະ ຍັງບໍ່ລວມພາສາຊົນເຜົ່າ ເພາະມິນນີ້ເປັນຄົນຊົນເຜົ່າໄທດຳຫໍ້ ( ເປັນຊົນເຜົ່າທີ່ຢູ່ທາງຫຼວງນ້ຳທາ ). ນອກນັ້ນ, ຍັງສາມາດຮ້ອງເພງໄດ້ເປັນ 2 ສຽງ ທັງຍິງ ແລະ ຊາຍອີກດ້ວຍ.

ມິນນີ້ ເຄີຍໃຫ້ສໍາພາດກັບທີມຂ່າວບັນເທີງ ວ່າ: ຄວາມຄາດຫວັງຈາກການປະກວດໃນເວທີສາກົນ Miss International Queen 2022 ໃນຄັ້ງນີ້ ມິນນີ້ ຄາດຫວັງຢາກເປັນຕົວແທນສາວປະເພດສອງ ຈາກປະເທດລາວ ທີ່ມີຄວາມສາມາດໄປເຜີຍແຜ່ວັດທະນະທຳ ສະແດງຄວາມສາມາດ ເພື່ອໃຫ້ໂລກຮູ້ວ່າສາວປະເພດສອງຂອງລາວ ກໍບໍ່ໄດ້ດ້ອຍໄປກວ່າຊົນຊາດອື່ນ ແລະ ຄວາມຄາດຫວັງສູງສຸດຂອງນ້ອງ ແມ່ນການຄວ້າມົງກຸດໃຫຍ່ໃນເວທີ Miss international queen 2022 ມາຄອບຄອງ ເພື່ອເປັນຂວັນ ແລະ ກໍາລັງໃຈໃຫ້ຊາວລາວຂອງເຮົາ.

ຖ້າຫາກ ມິນນີ້ ໄດ້ຮັບໂອກາດເປັນ Miss international queen 2022 ສິ່ງຢາກຈະເຮັດ ເພື່ອຊ່ວຍເຫຼືອສັງຄົມຄື ມິນນີ້ ຢາກຊ່ວຍເຫຼືອເດັກນ້ອຍຜູ້ທີ່ດ້ອຍໂອກາດທຸກຄົນໃຫ້ມີໂອກາດເທົ່າທຽມກັນ ເຊິ່ງທີ່ຜ່ານມາ ນ້ອງກໍໄດ້ມີໂອກາດຊ່ວຍເຫຼືອເປັນທຶນເດີມຢູ່ແລ້ວ ແລະ ກໍຈະຊ່ວຍເຫຼືອສັງຄົມຕະຫຼອດໄປ.

ສ່ວນຜົນງານທີ່ຜ່ານມາ ແມ່ນໄດ້ປະສົບຜົນສຳເລັດກັບເວທີ miss universeimfire 2019 ໄດ້ລາງວັນແຕ່ງກາຍດີເດັ່ນ ຂອງການປະກວດຜ້າໄໝສອງຝັ່ງຂອງ ລາວ + ໄທ ໄດ້ມີໂອກາດປະກວດເວທີສາວສອງ ລະດັບປະເທດ Power Queen Laos 2022 top 6 & fast tags ມີໂອກາດໄປ Cover ເພງ ຢ່າງນ້ອຍກໍ່ເຄີຍຮັກກັນ + ຄວາມຮູ້ສຶກບອກ ລົງຊ່ອງ WonderMinnie ແລະ ກໍງານເດີນແບບທົ່ວໄປ ທັງເບື້ອງໜ້າ ແລະ ເບື້ອງຫຼັງ.

ສຸດທ້າຍນີ້ ທີມຂ່າວບັນເທີງ ກໍຂໍຝາກແຟນຂ່າວທຸກຄົນຊ່ວຍເປັນແຮງເຊຍແຮງໃຈ ແລະ ໃຫ້ການສະໜັບສະໜູນຕົວແທນຂອງປະເທດລາວເຮົາຄົນນີ້ນໍາເດີ ໂດຍສະເພາະແມ່ນຮອບຕັດສິນ ໃນວັນທີ 25 ມິຖຸນາ 2022 ນີ້ ແລະ ທຸກຄົນສາມາດຕິດຕາມຜົນງານການເຄື່ອນໄຫວຕ່າງໆ ໄດ້ທີ່ເຟສບຸ໊ກສ່ວນຕົວ Minnie Minladar Engmany.

[ ຮູບ: Minnie Minladar Engmany. ]