ປະທານປະເທດແຫ່ງ ສປປ ລາວ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງ ສັດ ຢູ່ເມືອງທຸລະຄົມ

127

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2022 ນີ້ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາອົງການປົກຄອງທ້ອງ ຖິ່ນ ກໍຄືຜູ້ປະກອບການໃນການຜະລິດ-ທຸລະກິດ ຢູ່ແຂວງວຽງ ຈັນ, ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ດາວເຮືອງ ນັນທາວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງວຽງຈັນ, ມີເຈົ້າເມືອງທຸລະຄົມ ແລະ ພາກສ່ວນກ່ຽວ ຂ້ອງ ໃຫ້ການຕ້ອນຮັບ

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມ ຢາມ ຟາມງົວຊີ້ນນ້ຳເພັດຈະເລີນຊັບ ໂດຍການຕ້ອນຮັບຂອງ ທ່ານ ໂຕ່ຊີ້ງ ແສງພະຈັນ ປະທານບໍລິສັດນໍ້າເພັດຈະເລີນຊັບ ເຊິ່ງຟາມດັ່ງກ່າວຕັ້ງຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ 2019, ມີເນື້ອທີ່ 12 ເຮັກຕາ, ໃນນີ້ໄດ້ແບ່ງອອກເປັນເນື້ອທີ່ຫ້ອງການສຳນັກງານ, ເຮືອນຮົ່ມປູກຜັກອິນຊີແບບໂຮໂດຣໂປນິກ 18 ຫລັງ, ໜອງປາ 8 ໜອງ, ສ່ວນທີ່ຍັງເຫລືອແມ່ນໂຮງເຮືອນເກັບອາຫານສັດ, ຄອກລ້ຽງງົວພໍ່ແມ່ພັນ, ງົວອະນຸ ບານ, ງົວລຸ້ນ ແລະ ງົວທອມ ເຊິ່ງເປົ້າໝາຍຂອງບໍລິສັດ ນໍ້າເພັດ ຈະເລີນຊັບ ແມ່ນນຳເຂົ້າພັນງົວຊີ້ນສາຍເລືອດ 100% ເພື່ອນຳມາຂະຫຍາຍພັນ, ງົວທອມ ເພື່ອໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວຊີ້ນພັນດີ; ປັບປຸງພັດທະນາແນວພັນງົວຕານປ່ຽວ1, ພັນງົວທີ່ນຳເຂົ້າມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ເຕັກໂນໂລຊີ ເພື່ອສ້າງຟາມຕາມມາດຖານຂອງອາຊຽນ; ຂະຫຍາຍພັນສັດ ດ້ວຍວິທີການປະສົມພັນທຽມ ແລະ ຝາກໂຕອ່ອນ; ຈັດການຟາມຕາມຫລັກວິຊາການລ້ຽງສັດທີ່ເໝາະສົມ; ປະຕິບັດມາດຕະການດ້ານນິຕິກຳ ແລະ ວິຊາການຢ່າງເຄັ່ງຄັດ;

ບໍລິສັດ ນໍ້າເພັດ ຈະເລີນຊັບ ບຸກເບີກການຜະລິດງົວຊີ້ນສາຍເລືອດ 100% ຂອງ ສປປ ລາວ ໄປສູ່ມາດຕະຖານສາກົນ, ປັດຈຸບັນ ມີງົວທັງໜົດ 288 ໂຕ, ມູນຄ່າ 21 ຕື້ກີບ ແລະ ມີແຜນເພີ່ມໃຫ້ບັນລຸ 205 ຕື້ກີບ, ເພີ່ມເນື້ອທີ່ຈາກ 12 ເຮັກຕາໃນປັດຈຸບັນ ໃຫ້ບັນລຸ 120 ເຮັກຕາ; ເພີ່ມແມ່ພັນ 1.200 ແມ່ ຫລື ສ້າງຝູງງົວຈາກທີ່ມີປັດຈຸບັນໃຫ້ບັນລຸ 2.700 ໂຕ, ທອມງົວ ເພື່ອການຜະລິດຊີ້ນງົວຄຸນນະພາບສູງທົດແທນການນຳເຂົ້າ 2.000 ໂຕຕໍ່ປີ, ຈຳໜ່າຍພໍ່ພັນ-ແມ່ພັນງົວທີ່ດີ ບໍ່ຕ່ຳກວ່າ 800 ໂຕຕໍ່ປີ, ຜະລິດ ແລະ ຈໍາໜ່າຍນ້ຳເຊື້ອງົວພັນດີ ສະໜອງໃຫ້ແກ່ກະສິກອນທົ່ວປະເທດ ແລະ ຄາດຄະເນຈະສາມາດຜະລິດງົວໃນລະດັບ 29.428 ໂຕ ພາຍໃນ 10 ປີ, ນໍ້າໜັກສັດບໍ່ຕໍ່າກວ່າ 20.500 ໂຕນ, ລວມມູນຄ່າປະມານ 700 ຕື້ກີບ;

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍມາຍັງ ບໍລິສັດນໍ້າເພັດຈະເລີນຊັບ ທີ່ຕັດສິນໃຈລົງທຶນເຂົ້າໃສ່ວຽກງານກະສິກຳປູກຝັ່ງ ແລະ ລ້ຽງສັດ ພ້ອມມີວິໄສທັດສຳຄັນແມ່ນຄວາມມັກຮັກທີ່ຈະພັດທະນາ, ໂດຍສະ ເພາະການຕັດສິນ ໃຈນຳງົວພັນຊີ້ນສາຍເລືອດ 100% ເຂົ້າມາລ້ຽງ ແລະ ຂະຫຍາຍພັນພາຍໃນຟາມ, ພ້ອມນັ້ນ ທັງໄດ້ເນັ້ນ ບໍລິ ສັດ ເອົາໃຈໃສ່ສົ່ງເສີມປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ມີສ່ວນຮ່ວມໃນການປູກຝັງເຊັ່ນ: ການປູກຫຍ້າ, ປູກສາລີ, ປູກຜັກປອດສານ ພິດ, ເມື່ອການລ້ຽງສັດຂະຫຍາຍຕົວດີໃນອະນາຄົດ ໃຫ້ ບໍລິສັດເອົາ ໃຈໃສ່ສົ່ງອອກຜະລິດຕະພັນຊີ້ນງົວເປັນຫລາຍຮູບແບບເພື່ອສ້າງມູນຄ່າເພີ່ມ


ຈາກ: ຂ່າວປະຈຳວັນເມືອງທຸລະຄົມ