ຈີນ – ຣັດເຊຍ ເປີດນຳໃຊ້ຂົວຂ້າມແມ່ນ້ຳ ອາມູ ຫວັງເພີ່ມມູນຄ່າການຄ້າ

169

ໃນທ້າຍອາທິດຜ່ານມາ ຈີນ ແລະ ຣັດເຊຍ ໄດ້ຮ່ວມກັນຈັດພິທີເປີດນຳໃຊ້ຂົວຂ້າມແມ່ນ້ຳ ອາມູ ( Amur ) ເຊິ່ງເປັນຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງບລາໂກ ເວສເຊນ ( Blagoveshchensk ) ໃນພາກຕາເວັນອອກໄກ ຂອງຣັດເຊຍ

ກັບເມືອງເຮີຍເຫີ ( Heihe ) ແຂວງ ເຮີຍຫຼົງຈຽງ ( Heilongjiang ) ຂອງຈີນ ມີຄວາມຍາວ 1.000 ກວ່າແມັດ ນໍາໃຊ້ງົບປະມານໃນການກໍ່ສ້າງ 342 ລ້ານໂດລາສະຫະລັດ ຫຼັງຈາກໄດ້ເລີ່ມລົງມືກໍ່ສ້າງເມື່ອປີ 2016 ແລະ ສຳເລັດໃນເດືອນພຶດສະພາ 2020 ແຕ່ການເປີດຂົວຊັກຊ້າອອກໄປ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ – 19.


ສຳລັບຂົວແຫ່ງນີ້ ຈະຊ່ວຍຫຼຸດຜ່ອນໄລຍະທາງໃນການເດີນທາງ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນ ລະຫວ່າງ ຈີນ ກັບ ຣັດເຊຍ ໄດ້ເຖິງ 1.500 ກິໂລແມັດ ແລະ ຖືເປັນເສັ້ນທາງສຳຄັນຂອງຣັດເຊຍ

ໃນການຄ້າຂາຍກັບ ຈີນ ແລະ ຈະຊ່ວຍເພີ່ມມູນຄ່າການຄ້າກັບ ຈີນ ສູງເຖິງ 200 ຕື້ໂດລາສະຫະລັດ ໃນອີກ 2 ປີຕໍ່ໜ້າ ໂດຍສະເພາະຈີນ ຖືເປັນຜູ້ຊື້ສິນຄ້າປະເພດຊັບພະຍາກອນທຳມະຊາດ ແລະ ຜະລິດຕະພັນດ້ານກະສິກຳ ຫຼາຍທີ່ສຸດຂອງຣັດເຊຍ.