ຮ່ວມໃຈກັນຊົມໃຊ້ຜະລິດຕະພັນຂອງລາວ ຈາກສາວ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ

122

ຍັງຄົງເປັນກະແສ ແລະ ມີການລົນນະລົງກັນຢ່າງຕໍ່ເນື່ອງ ຈາກສະພາບການໃນປັດຈຸບັນທີ່ສິນຄ້າ ແລະ ເຄື່ອງອຸປະໂພກ – ບໍລິໂພກຕ່າງໆ ມີການເພີ່ມລາຄາທີ່ສູງຂຶ້ນ ຍ້ອນອັດຕາເງິນເຟີ້ນັ້ນເອງ ໂດຍໃນຕອນນີ້ກໍໄດ້ມີຜູ້ຄົນທີ່ມີຊື່ສຽງໃນວົງການບັນເທີງຫຼາກຫຼາຍທ່ານໄດ້ອອກມາເປັນກະບອກສຽງຮ່ວມແຮງ ຮ່ວມໃຈກັນ ໃນການເຊີນຊວນໃຫ້ຄົນລາວນໍາກັນ ໃຫ້ຫັນມາໃຊ້ຜະລິດຕະພັນຂອງລາວເຮົາທີ່ຜະລິດເອງ ແລະ ຊົມໃຊ້ເອງພາຍໃນປະເທດ ເຊິ່ງໜຶ່ງໃນນັ້ນກໍຄື ສາວງາມເຈົ້າຂອງຕໍາແໜ່ງ Miss Universe Laos 2021 ຄົນນີ້ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ນັ້ນເອງ.

ສາວເຈນນີ້ເອງ ກໍໄດ້ອອກມາໂພສຜ່ານທາງເຟສບຸ໊ກສ່ວນຕົວຂອງຕົນເອງ ເພື່ອເປັນກະບອກສຽງໜຶ່ງຂອງສັງຄົມ ໂດຍໄດ້ບອກວ່າ: “ ດ້ວຍສະຖານະການ ການດຳລົງຊີວິດຂອງບ້ານເຮົາໃນຕອນນີ້ ຕັ້ງແຕ່ນ້ອຍຮອດ    ໃຫຍ່ຖືວ່າຕອນນີ້ເຮົາພົບວິກິດຢ່າງໜັກ ທັງນໍ້າມັນ, ທັງຄ່າເງິນ ໃນນາມທີ່ເຈນ ເປັນຄົນລາວໜຶ່ງຄົນ ຊ່ວຍໄດ້ເທົ່າທີ່ຊ່ວຍ ເຈນຂໍໃຊ້ພື້ນທີ່ສ່ວນຕົວ ຂໍເຊີນຊວນທຸກຄົນຮ່ວມແຮງຮ່ວມໃຈກັນອຸດໜູນຜະລິດຕະພັນລາວ ດ້ວຍການຊົມໃຊ້ສິນຄ້າລາວ ແລະ ການໃຊ້ເງິນເກີບໃຫ້ຫຼາຍຂຶ້ນ ນີ້ຄືບາງສ່ວນຂອງສິນຄ້າລາວ ( ໂດຍໄດ້ໂພສຮູບສິນຄ້າຂອງລາວເຮົາເອງ ).

ໃຜມີສິນຄ້າຂອງຄົນລາວຫຼາຍກວ່ານີ້ ຝາກໄວ້ໄດ້ເລີຍໂພສນີ້ ດຽວເຈນແອັດຮູບພາບເຂົ້າໃຫ້ #ໃຫ້ໂອກາດສິນຄ້າລາວ# ເປີດໂອກາດຜະລິດຕະພັນລາວໄດ້ພັດທະນາໄປນຳກັນເດີ. ຂໍອະນຸຍາດເຈົ້າຂອງກອງປະກວດ ຂໍອະນຸຍາດໂພສສິນຄ້າຊ່ວຍຄົນລາວໃຫ້ຟຣີ ໃນໂພສນີ້ #LaoSupporter ຂໍອະນຸຍາດເຈົ້າຂອງຮູບ ເຈນຂໍເປັນສ່ວນໜຶ່ງໃນການກະຈາຍສິນຄ້າຂອງຄົນລາວນຳກັນ ”.

ການອອກມາເປັນສ່ວນໜຶ່ງ ໃນການເຊີນຊວນສັງຄົມຄັ້ງນີ້ ຂອງສາວເຈນນີ້ ກໍຖືໄດ້ວ່າເປັນການປະກອບສ່ວນຊ່ວຍເຫຼືອສັງຄົມອີກທາງໜຶ່ງ ແລະ ທີ່ສໍາຄັນເລີຍກໍຄືເປັນເລື່ອງທີ່ໜ້າຍິນດີ ແລະ ໜ້າຊົມເຊີຍເປັນທີ່ສຸດ ເວົ້າໄດ້ວ່າງາມທັງກາຍ, ວາຈາ ແລະ ຈິດໃຈເລີຍຄົນນີ້ ເຊິ່ງທີມຂ່າວບັນເທີງເອງກໍເຊື່ອແນ່ເລີຍວ່າ ການອອກມາລົນນະລົງ ຮ່ວມໃຈກັນໃນຄັ້ງນີ້ຈະມີຜົນດີບໍ່ຫຼາຍກໍໜ້ອຍຢ່າງແນ່ນອນ.

ສໍາລັບສາວເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີ Miss Universe Laos 2021 ຄົນຫຼ້າສຸດນີ້ ແລະ ມີດີກຣີເປັນເຈົ້າຂອງມົງກຸດຈາກເວທີ Miss World Laos 2017 ມາແລ້ວ ແລະ ສາວເຈນນີ້ເອງແມ່ນເປັນລູກເຄິ່ງ ລາວ – ຫວຽດນາມ ແລະ ຍັງເປັນ CEO Of Tonkham Modeling Agency ອີກດ້ວຍ ມີຜົນງານໃນວົງການບັນເທີງຫຼາຍຢ່າງເລີຍ ບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ໜຶ່ງທີ່ພັກດັນນ້ອງໆໃນສັງກັດ ໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ສໍາລັບແຟນຂ່າວບັນເທີງຄົນໃດຢາກຮູ້ຈັກ ແລະ ຢາກຕິດຕາມຜົນງານຂອງສາວຄົນນີ້ໃຫ້ຫຼາຍຂຶ້ນ ກໍສາມາດຕິດຕາມຜົນງານຂອງສາວງາມຄົນນີ້ໄດ້ ທາງເຟສ ບຸ໊ກສ່ວນຕົວ Tonkham Phonchanheuang ເຊິ່ງຈະມີຜົນງານໃໝ່ໆຫຼ້າສຸດໃຫ້ທຸກຄົນໄດ້ຕິດຕາມກັນຢ່າງເປັນປະຈໍາ.

( ຮູບ: Tonkham Phonchanheuang )