ນັກທຸລະກິດລາວ ສະເໜີໂຄງການ ລົດຕຸກໆໄຟຟ້າ ແລະ ແອັບພີເຄຊັ່ນ kokkok move ຂອງບໍລິສັດ LVMC Holdings

399

ໃນຕອນບ່າຍ ວັນທີ 8 ມິຖຸນາ 2022 ທີ່ສາລາກາງຈັງຫວັດອຸດອນທານີ ປະເທດໄທ ສະພາອຸດສາຫະກຳ ຈັງຫວັດອຸດອນທານີ ໄດ້ເຂົ້າຮ່ວມຮັບຟັງໂຄງການລົດຕຸກໆໄຟຟ້າ ແລະ ແອັບພີເຄຊັ່ນ kokkok move ຂອງບໍລິສັດ LVMC Holdings.

ໃນນັ້ນຕາມໜ້າບໍລິສັດ LVMC Holdings ມີທ່ານ ອານຸສິດ ກຸນລະວົງ,ທ່ານ ໜູໄຊ ເວດສະຫວັນ, ທ່ານ ນາງ Ratchadaporn jantasan  ແລະຝ່າຍໄທມີ ທ່ານ ນາງ ປີຍະວະຣັນ ທະແພງພັນ ຫົວໜ້າກຸ່ມວິຊາກອນຂົນສົ່ງ ພ້ອມດ້ວຍຫໍການຄ້າຈັງຫວັດອຸດອນທານີ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.

ບໍລິສັດ LVMC Holdings ຂໍເຂົ້າພົບທາງຈັງຫວັດອຸດອນທານີ ປະເທດໄທເພື່ອແນະນຳໂຄງການຂະຫຍາຍການລົງທຶນກ່ຽວກັບລົດຕຸກໆໄຟຟ້າ ແລະ ແອັບພີເຄຊັ່ນ kokkok move ເພື່ອອຳນວຍຄວາມສະດວກ ແລະ ຫຼຸດຄ່າໃຊ້ຈ່າຍໃນການເດີນທາງແກ່ພີ່ນ້ອງຊາວ ຈັງຫວັດອຸດອນທານີ.

ໂດຍມີທ່ານ ວັນໄຊ ຈັນພອນ ຮອງຜູ້ວ່າຣາຊການຈັງຫວັດອຸດອນທານີ, ທ່ານ ພັນໂທ. ວະຣາຍຸສ ຕຣີວັດທະນະສຸວັນ ປະທານສະພາອຸດສາຫະກຳຈັງຫວັດອຸດອນທານີ, ທ່ານ ເດ່ນພອນ ອັງສະນັນ ຮອງປະທານສະພາອຸດສາຫະກຳຈັງຫວັດອຸດອນທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງ.