4 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ເດີນທາງເຂົ້າກຳປູເຈຍ 2 ແສນກວ່າຄົນ

115

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 2 ມິຖຸນາຜ່ານມາວ່າ ກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍວ່າ ໃນໄລຍະ 4 ເດືອນທຳອິດຂອງປີ 2022 ມີ ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 241.485 ຄົນ ເພີ່ມຂຶ້ນ 191% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍໃນປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ, ໄທ ແລະ ຈີນ ເຊິ່ງສ່ວນໃຫຍ່ເດີນທາງເຂົ້າມາທາງອາກາດ.

ກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍອີກວ່າ: ການທີ່ນັກທ່ອງທ່ຽວເດີນທາງເຂົ້າກຳປູເຈຍເພີ່ມຂຶ້ນຢ່າງໄວວາ ຍ້ອນກຳປູເຈຍເປີດປະເທດຢ່າງເຕັມຮູບແບບ ລວມທັງການສັກວັກຊີນໃຫ້ປະຊາຊົນກວມອັດຕາສູງ ແລະ ນະໂຍບາຍບໍ່ຕ້ອງກັກຕົວ ລວມທັງບໍ່ກວດຫາເຊື້ອໂຄວິດ – 19 ເມື່ອເດີນທາງເຖິງກຳປູເຈຍ ເຊິ່ງນະໂຍບາຍທັງໝົດນີ້ ໝັ້ນໃຈວ່າ ຈະສາມາດດຶງດູດນັກທ່ອງທ່ຽວເພີ່ມຂຶ້ນ. ທັງນີ້, ໃນປີ 2022 ນີ້ ກຳປູເຈຍ ຕັ້ງເປົ້າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 8 ແສນ ຫາ 1 ລ້ານຄົນ.

ທັງນີ້, ອຸດສາຫະກຳການທ່ອງທ່ຽວ ເປັນໜຶ່ງໃນຂະແໜງການທີ່ສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດກຳປູເຈຍ ໂດຍປີ 2019 ກຳປູເຈຍ ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 6,6 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ປະມານ 4,92 ພັນລ້ານໂດລາສະຫະລັດ.