ການບິນລາວເດີນທາງມາຮອດປີທີ 33 ຊ່ວງນີ້ໃຜຈະເດີນທາງພາຍໃນມີລາຄາພິເສດ

276

ລັດວິສາຫະກິດການບິນລາວ ໄດ້ໃຫ້ບໍລິການຄຽງຄູ່ສັງຄົມລາວມາຕະຫຼອດ 33 ປີ ມີທັງເສັ້ນບິນພາຍໃນ ແລະ ຕ່າງປະເທດ ທັງໄດ້ສ້າງປະໂຫຍດໃຫ້ແກ່ສັງຄົມ ກໍ່ຄືປະເທດຊາດຢ່າງຕໍ່ເນື່ອງມາ ການບິນລາວຖືເປັນໃບໜ້າໃບຕາຂອງປະເທດເຮົາໃນຂະແໜງການຄົມມະນາຄົມຂົນສົ່ງ.

ການບິນລາວ ສາຍການບິນແຫ່ງຊາດເຊື່ອວ່າ ຫຼາຍຄົນຮູ້ຈັກກັນເປັນຢ່າງດີ ເຊິ່ງປີນີ້ຄົບຮອບ 33 ປີ (23 ພຶດສະພາ 1989-23 ພຶດສະພາ 2022) ມາຮອດປະຈຸບັນການບິນລາວແມ່ນໄດ້ເປີດເສັ້ນບິນທັງພາຍໃນ ແລະຕ່າງປະເທດ ສະເພາະເສັ້ນທາງປະເທດແມ່ນໄດ້ບິນໄປສູ່ ຈີນ, ໄທ, ກຳປູເຈຍ,ຫວຽດນາມ ,ສິງກະໂປ ແລະ ເກົາຫຼີ.

ການຂົນສົ່ງທາງອາກາດ ຂອງລາວໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ ຈິ່ງໄດ້ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່ເປັນພາກສ່ວນນຶ່ງຂອງກົມການບິນພົນລະເຮືອນແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ. ໜ້າທີ່ຂອງການບິນລາວ ໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ.

ຕໍ່ມາເຖິງວັນທີ 18 ມີນາ 1989 ການບິນລາວທີ່ຂຶ້ນກັບກະຊວງປ້ອງການປະເທດກໍໄດ້ຖືກໂອນໄປໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລະ ວັນທີ 23 ພຶດສະພາ 1989 ການບິນລາວຈຶ່ງໄດ້ແຍກຕົວ ອອກຈາກກົມການບິນພົນລະເຮືອນ ສ້າງຕັ້ງເປັນບໍລິສັດການບິນລາວ ທີ່ເປັນຫົວໜ່ວຍທຸລະກິດ ຢ່າງຂາດຕົວຂຶ້ນຢ່າງເປັນທາງການ ໂດຍມີການໄລ່ລຽງລາຍຮັບລາຍຈ່າຍດ້ວຍຕົນເອງ ແລະປ່ຽງຊື່ມາເປັນລັດວິສາຫະກິດການບິນລາວໃນເວລາຕໍ່ມາ.