ເຂົ້າໃຈແຈ້ງຕໍ່ຄວາມໝາຍ ແລະທີ່ມາຂອງສານປະຊາຊົນ

140

ເຮົາທຸກຄົນໄດ້ຍິນກັນຈົນຄຸ້ນຫູວ່າ ສານ, ສານປະຊາຊົນໆ ແຕ່ຈັກກີ່ຄົນທີ່ຈະຮູ້ໄດ້ຄວາມໝາຍທີ່ແທ້ຈີງ ແລະພາລະບົດບາດຂອງສານປະຊາຊົນທີ່ພວກເຮົາໄດ້ຍິນກັນຈົນເຄີຍຊີນ ມື້ນີ້ແອັດມິນພາມາສຶກສາສານປະຊາຊົນ ເພື່ອເປັນບົດຮຽນຄວາມຮູ້ໃຫ້ກັບຄົນທີ່ຍັງບໍ່ຮູ້. ສານປະຊາຊົນ ແມ່ນອົງການຕຸລາການ ທີ່ເຮັດຫນ້າທີ່ພິຈາລະນາຕັດສິນຄະດີ ຢູ່ ສປປ ລາວ ມີແຕ່ສານເທົ່ານັ້ນ ຈຶ່ງມີສິດອໍານາດພິຈາລະນາ ຕັດສິນຄະດີ ບົນພື້ນຖານຫຼັກຖານ ການເຄົາລົບ ແລະ ປະຕິບັດກົດຫມາຍຢ່າງເຂັ້ມງວດ.

ສານປະຊາຊົນ ແມ່ນຫນຶ່ງໃນອົງການຂະບວນການຍຸຕິທໍາທາງອາຍາ ເປັນອົງການທີ່ມີພາລະບົດບາດຫນ້າທີ່ສໍາຄັນທີ່ສຸດ ແລະ ມີຄວາມເປັນ ອິດສະຫຼະ ໂດຍປາສະຈາກການແຊກແຊງຈາກພາຍນອກ ສານມີຫນ້າທີ່ໃນການນໍາເອົາມາດຕາຂອງກົດຫມາຍມາຈັດຕັ້ງປະຕິບັດ ຫຼື ວາງຜູ້ ກະທໍາຜິດໃຫ້ມີຄວາມເຫມາະສົມ ແລະ ຖືກຕ້ອງກັບຄວາມເປັນຈິງທີ່ປາກົດຕາມຫຼັກຖານພະຍານໃນແຕ່ລະຄະດີ ດ້ວຍຄວາມເປັນກາງ ບໍລິສຸດ ແລະ ຍຸຕິທໍາ ສານ ແມ່ນເປັນທີ່ເພິ່ງສຸດທ້າຍຂອງປະຊາຊົນໃນຂະບວນການຍຸຕິທໍາ.

ພົນລະເມືອງລາວທຸກຄົນ ມີຄວາມສະເຫມີພາບຕໍ່ຫນ້າກົດຫມາຍ ແລະ ສານ ໂດຍບໍ່ຈໍາແນກເພດ ເຊື້ອຊາດ ຊົນເຜົ່າ ຖານະທາງດ້ານເສດຖະກິດ ແລະ ສັງຄົມ ພາສາ ລະດັບການສຶກສາ ອາຊີບ ຄວາມເຊື່ອຖື ພູມລໍາເນົາ ແລະ ອື່ນໆ ພົນລະເມືອງລາວ ມີສິດຮ້ອງຟ້ອງຕໍ່ສານ ກ່ຽວກັບຂໍ້ຂັດແຍ່ງທາງແພ່ງ ແລະ ມີສິດຮ້ອງຟ້ອງຕໍ່ອົງການສືບສວນ-ສອບສວນ ຫຼື ອົງການໄອຍະການປະຊາຊົນ ເມື່ອມີການລະເມີດທາງອາຍາ ຄົນຕ່າງປະເທດ ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ທີ່ຢູ່ໃນດິນແດນ ແຫ່ງ ສປປ ລາວ ມີສິດເທົ່າທຽມກັນກັບພົນລະເມືອງລາວ ຖ້າກົດຫມາຍ ຫາກບໍ່ໄດ້ກໍານົດໄວ້ຢ່າງອື່ນ.

ນອກຈາກສານປະຊາຊົນແລ້ວ ກໍຍັງມີສານທະຫານຂັ້ນສູງ ຊຶ່ງແມ່ນອົງການພິພາກສາສູງສຸດຂອງກອງທັບປະຊາຊົນລາວ ມີພາລະບົດບາດ ໃນການພິພາກສາຄະດີອາຍາເປັນຂັ້ນອຸທອນ ຄຸ້ມຄອງທາງດ້ານການຈັດຕັ້ງ ບໍລິຫານ ກວດກາທາງດ້ານວິຊາສະເພາະ ຊີ້ນໍາການເຄື່ອນໄຫວ ການປະຕິບັດຫນ້າທີ່ຂອງສານທະຫານພາກ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ. ສໍາລັບໂຄງປະກອບ ທາງດ້ານບຸຄະລາກອນຂອງສານທະຫານ ກໍ່ເຊັ່ນກັນກັບໂຄງປະກອບບຸຄະລາກອນ ຂອງສານປະຊາຊົນ ຊຶ່ງປະກອບດ້ວຍ ປະທານ ຮອງປະທານ ຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາ ຈ່າສານ ພະນັກງານວິຊາການ ແລະ ພະນັກງານບໍລິຫານຈໍານວນຫນຶ່ງ.


ຂໍ້ມູນ: Lao Youth Radio FM 90.0 Mhz