2 ບ້ານໃນເມືອງຈໍາພອນ ໄດ້ຮັບແນວພັນເຂົ້າສາຍພັນໃໝ່ທີ່ທົນຕໍ່ນ້ໍາຖ້ວມ

87

ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນເຂດທີ່ທົ່ງພຽງໃຫຍ່ ແລະ ປະຊາຊົນເຂດນັ້ນກໍ່ມີອາຊີບໃນການເຮັດນາເປັນສ່ວນຫຼາຍ ແຕ່ທີ່ໜ້າຄິດແມ່ນເກືອບວ່າທຸກປີຕ້ອງໄດ້ປະເຊີນກັບໄພທຳມະຊາດນ້ຳຖ້ວມ ເຮັດໃຫ້ຜົນລະປູກເຂົ້າໃນນາຕາຍເສຍຖິ້ມ ແຕ່ປີນີ້ປະຊາຊົນ 2 ບ້ານໃນເມືອງຈຳພອນຈະໄດ້ທົດລອງເຂົ້າສາຍພັນໃໝ່ທີ່ທົນຕໍ່ສະພາບນ້ຳຖ້ວມ ໄດ້ການສະໜັບສະໜູນຈາກສູນ ໂກເປຍ.

ໃນວັນທີ 19 ພຶດສະພາຜ່ານມາ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ກະຊວງກະສິກໍາ ແລະປ່າໄມ້ ໄດ້ ຈັດພິທີແຈກຢາຍແນວພັນເຂົ້າ ສາຍພັນໃໝ່ທີ່ທົນນໍ້າຖ້ວມ ໃຫ້ປະຊາຊົນເມືອງຈໍາພອນ. ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ຊິນ ຫົວໜ້າສູນໂກເປຍ, ທ່ານ ບຸນຊູ ທຸ່ນຊົມພູ ຮອງເຈົ້າເມືອງຈໍາພອນ, ມີບັນດາພະນັກງານວິຊາການ ຈາກ ສະຖາບັນ ພ້ອມດ້ວຍ ປະຊາຊົນ ບ້ານສະຄຶນເໜືອ ແລະ ບ້ານວັດຕະນາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າສະຖາ ບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັນທະນາຊົນນະບົດກໍ່ໄດ້ກ່າວ ເປີດພະທີ ພ້ອມທັງກ່າວຈຸດປະສົງ ເຊິ່ງໃຫ້ຮູ້ວ່າ: ຜ່ານມາແຂວງສະ ຫວັນນະເຂດ ກໍ່ແມ່ນແຂວງໜຶ່ງທີ່ ຖືກນໍ້າຖ້ວມ ສົ່ງຜົນໃຫ້ເກີດຄວາມ ເສຍຫາຍໜັກໂດຍສະເພາະນາເຂົ້າ ເຊິ່ງເປັນພືດສະບຽງຫຼັກຂອງ ປະຊາຊົນ ດັ່ງນັ້ນ, ເຂົ້າທີ່ນໍາມາ ມອບໃນຄັ້ງນີ້ເປັນສາຍພັນທີ່ໄດ້ ຮັບການປັບປຸງພັດທະນາຂຶ້ນມາ ໃໝ່ ເພື່ອໃຫ້ຊາວນານໍາໃຊ້ທົດ ສອບກັບການປັບໂຕຕໍ່ສະພາບ ພື້ນທີ່ທີ່ເຮັດການຜະລິດຕົວຈິງ.

ເຂົ້າທີ່ນໍາມາມອບໃນຄັ້ງນີ້ມີທັງ ໝົດ 1 ໂຕນ, ຈະມອບໃຫ້ປະຊາຊົນ ບ້ານສະຄຶນເໜືອ ແລະບ້ານວັດ ຕະນາບ້ານລະ 500 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ, ເພື່ອ ປູກໃນເນື້ອທີ່ 1.600 ຕາແມັດ, ຄາດຄະເນຈະປູກໄດ້ໃນເນື້ອທີ່ 16 ເຮັກຕາຜະລິດ, ຜົນອາດຈະ ໄດ້ຮັບປະມານ 48 ໂຕນ ຫຼື 3 ໂຕນ/ເຮັກຕາ.ເຂົ້າສາຍພັນນີ້ມີ 5 ຄຸນລັກສະນະເດັ່ນຄື: ທົນນໍ້າຖ້ວມ, ມີກິ່ນຫອມ, ທົນຕໍ່ພະຍາດຄໍຮວງ ເນົ່າ, ທົນພະຍາດເຂົ້າໃບແຫ້ງ ແລະເຮັດໄດ້ທັງນາປີ ແລະນາ ແຊງ. ພາຍຫຼັງທີ່ປະຊາຊົນປັກດໍາ ແລະເກັບກ່ຽວເຂົ້ານາປີສໍາເລັດ ແລ້ວທາງພະນັກງານວິຊາການ ົຈະໄດ້ລົງມາຕິດຕາມ ແລະເກັບກໍາຂໍ້ມູນຄືນໃໝ່ ເພື່ອ ນໍາໄປປັບປຸງແກ້ໄຂໃຫ້ແນວພັນ ເຂົ້າໃຫ້ມີຄວາມສົມບູນຂຶ້ນຕື່ມ.

.

ດັ່ງນັ້ນ, ຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະ ນາຊົນນະບົດ ຈຶ່ງໄດ້ຂໍທຶນຈາກສູນ ໂກເປຍ ເພື່ອນໍາມາພັດ ທະນາແນວ ພັນເຂົ້ານີ້ ເພື່ອຄໍ້າປະກັນສະບຽງ ອາຫານໃຫ້ແກ່ແຂວງສະຫວັນນະ ເຂດ ກໍ່ຄືທົ່ວປະເທດ. ເນື່ອງຈາກ ວ່າເມືອງຈໍາພອນເປັນເມືອງຜະ ລິດເຂົ້າອັນຕົ້ນໆຂອງແຂວງ ຈຶ່ງ ໄດ້ຄັດເລືອກເອົາ 2 ບ້ານທີ່ມີຄວາມ ສ່ຽງສູງທີ່ຈະເກີດນໍ້າຖ້ວມ ເພື່ອ ເປັນການທົດລອງການທົດຕໍ່ສະ ພາບນໍ້າຖ້ວມຂອງແນວພັນເຂົ້າ ໃໝ່ນີ້ ແລ້ວຈຶ່ງນໍາໄປປັບປຸງແກ້ ໄຂຕື່ມອີກ ເພື່ອກຽມປ່ອຍແນວ ພັນອອກສູ່ພື້ນຖານການຜະລິດໃນ ອະນາຄົດ.

ຂ່າວຈາກ: ສະຫວັນພັດທະນາ