ຊາອຸດິອາຣາມໂຄ ມີລາຍຮັບເພີ່ມຂຶ້ນ 82% ໃນໄຕມາດທຳອິດ

58

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດຊາອຸດິອາຣາມໂຄ ( Saudi Aramco ) ເຊິ່ງເປັນລັດວິສາຫະກິດລາຍໃຫຍ່ທີ່ສຸດຂອງຊາອຸດິດອາຣັບບີ ປະກາດວ່າ ລາຍໄດ້ສຸດທິ ປະຈຳໄຕມາດທຳອິດຂອງປີນີ້ປະມານ 39.500 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 21.700 ລ້ານໂດລາສະຫະລັດ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ຫຼື ເພີ່ມຂຶ້ນປະມານ 82%.

ຜູ້ບໍລິຫານຂອງ ບໍລິສັດ ຊາອຸດິອາຣາມໂຄ ກ່າວວ່າ: ຕົວເລກຜົນປະກອບການທີ່ອອກມາ ສະທ້ອນໃຫ້ເຫັນວ່າຄວາມໝັ້ນຄົງດ້ານພະລັງງານເປັນເລື່ອງທີ່ສຳຄັນ ແລະ ບໍລິສັດໄດ້ວາງແຜນການລົງທຶນດ້ານພະລັງງານໄລຍະຍາວມາຕະຫຼອດ ເພື່ອເຮັດໃຫ້ປະລິມານການຜະລິດສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດໂລກ.

ທັງນີ້, ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ຫຼາຍປະເທດທົ່ວໂລກໄດ້ຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ເຮັດໃຫ້ກິດຈະກຳດ້ານເສດຖະກິດ – ສັງຄົມກັບມາຄຶກຄັກອີກຄັ້ງ ຈຶ່ງເຮັດໃຫ້ຄວາມຕ້ອງການພະລັງງານເພີ່ມຂຶ້ນ.

ນອກຈາກນີ້, ລາຄານ້ຳມັນໄດ້ປັບຂຶ້ນສູງເຖິງ 139 ໂດລາສະຫະລັດຕໍ່ບາເຣວ ໃນຕົ້ນເດືອນມີນາຜ່ານມາ ເຊິ່ງເປັນສະຖິຕິສູງສຸດໃນຮອບ 14 ປີ, ກ່ອນຈະປັບຫຼຸດລົງມາ ແຕ່ກໍຍັງຢູ່ເໜືອ 100 ໂດລາຕໍ່ບາເຣວ ຈຶ່ງເຮັດໃຫ້ບໍລິສັດຊາອຸດິອາຣາມໂຄ ມີລາຍຮັບເພີ່ມຂຶ້ນ.