ຫາກລັດຖະບານ ອະນຸມັດ 1 ພຶດສະພານີ້ ໄດ້ເປີດປະເທດເຕັມຮູບແບບ

182

ຈາກທີ່ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີການຈັດປະຊຸມແບບອອນລາຍ ກ່ຽວກັບການກະກຽມການເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຢ່າງເຕັມຮູບແບບ ແລະ ໄດ້ຕົກລົງຂັ້ນຕົ້ນກຳນົດເອົາ 1 ພຶດສະພາ 2022 ເປັນມື້ເປີດ ແລະ ຮັບນັກທ່ອງທ່ຽວ ແຕ່ທັ້ງນີ້ຍັງຕ້ອງລໍຖ້າການພິຈາລະນາອີກຄັ້ງຈາກລັດຖະບານວ່າປະເທດເຮົາຈະສາມາດເລີ່ມຮັບນັກທ່ອງທ່ຽວຕາມວັນເວລາທີ່ກຳນົດໄວ້ຫຼືບໍ ຢ່າງໃດກໍ່ຕາມມື້ນີ້ເຮົາມາເບິ່ງລາຍລະອຽດການການເດີນທາງມາລາວ ຕ້ອງປະຕິບັດຕາມນີ້:

ນັກທ່ອງທ່ຽວບໍ່ວ່າຈະມາດ້ວຍຕົນເອງ ຫຼື ຜ່ານບໍລິສັດທ່ອງທ່ຽວ ແມ່ນຕ້ອງມີໃບຢັ້ງຢືນການສັກວັກຊິນຄົບໂດສ ບໍ່ຫຼຸດ 14 ວັນ ກ່ອນມື້ອອກເດີນທາງ ຫຼື ມີໃບຢັ້ງຢືນການເຄີຍຕິດເຊື້ອໂຄວິດ-19(ຍົກເວັ້ນຜູ້ເດີນທາງທີ່ມີອາຍຸຕ່ຳກວ່າ 18 ປີ ), ສໍາລັບນັກທ່ອງທ່ຽວທີ່ມີໃບຢັ້ງຢືນການສັກວັກຊີນຄົນໂດສ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຈະບໍ່ໄດ້ມີການກວດ RT-PCR ສ່ວນຜູ້ບໍ່ມີ ແມ່ນໃຫ້ມີໃບຢັ້ງຢືນການກວດ RT-PCR ກ່ອນການເດີນທາງ 72 ຊົ່ວໂມງ, ເມື່ອເດີນທາງມາຮອດ ສປປ ລາວ ທຸກຄົນ ຕ້ອງໄດ້ກວດຫາເຊື້ອດ້ວຍເຄື່ອງ RDT/ATK ຖ້າຜົນກວດເປັນລົບ ແມ່ນອະນຸຍາດໃຫ້ເຄື່ອນໄຫວຕາມແຜນການໄດ້.

ຜູ້ທີ່ຈະມາທ່ຽວຕອນເຊົ້າ ແລງກັບ ແມ່ນຕ້ອງມີໃບຢັ້ງຢືນການສັກວັກຊີນ ແລະ ຕ້ອງໄດ້ກວດຫາເຊື້ອດ້ວຍລະບົບ EDT/ATK, ສ່ວນຜູ້ທີ່ບໍ່ມີໃບຢັ້ງຢືນສັກ ວັກຊິນ ແມ່ນຕ້ອງໄດ້ກວດຫາເຊື້ອດ້ວຍລະບົບ RT-PCR, ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ພາຍໃນ 48 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ, ນັກທ່ອງທ່ຽວ ສາມາດເອົາວິຊາກັບດ່ານ ຫຼື E-visaໄດ້; ສໍາລັບພົນລະເມືອງຂອງປະເທດທີ່ມີສັນຍາຍົກເວັ້ນວີຊ່າກັບ ສປປ ລາວ ສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າມາ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍວິຊາ ແລະ ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ຫຼື ປະກັນໄພໂຄວິດ 19 ທີ່ມີວົງເງິນຄ້ຳປະກັນຢ່າງຕໍ່າ 10.000 ໂດລາ ສາມາດຊື້ມາແຕ່ຕົ້ນທາງ ຫຼື ຊື້ກັບບໍລິສັດປະກັນໄພຢູ່ ສປປ ລາວ;

ເມື່ອເວລາມາຮອດລາວ ກວດແບບໄວ (RDT/ATK) ໂດຍບຸກຄະລາກອນທາງການແພດສໍາລັບນັກທ່ອງທ່ຽວທີ່ມາຜ່ານການບໍລິການຂອງ ບໍລິສັດທ່ອງທ່ຽວ ສາມາດເກັບຕົວຢ່າງກວດຫາເຊື້ອ ແລະ ລໍຖ້າຜົນກວດຢູ່ສະຖານທີ່ພັກແຮມທີ່ທາງບໍລິສັດກະກຽມໄວ້, ສໍາລັບນັກທ່ອງທ່ຽວທີ່ມາດ້ວຍຕົ້ນເອງແມ່ນຈະໄດ້ລໍຖ້າຜົນກວດບໍ່ເກີນ 1 ຊົ່ວໂມງ, ຖ້າຜົນກວດເປັນລົບ ແມ່ນບໍ່ຈໍາກັດບໍລິເວນ ສາມາດເດີນທາງໄປທ່ອງທ່ຽວໄດ້ເລີຍ, ຖ້າຜົນກວດເປັນບວກແມ່ນຕ້ອງໄດ້ປິ່ນປົວຕາມມາດຕະການຂອງດະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເມື່ອປິ່ນປົວຫາຍດີແລ້ວ ແມ່ນສາມາດເດີນທາງທ່ອງທ່ຽວໄດ້ ແຕ່ສໍາລັບຜູ້ທີ່ບໍ່ທັນຮັບວັກຊີນຄົບໂດສ ເຖິງວ່າຈະກວດ ADT/ATK ບໍ່ພົບເຊື້ອ ກໍຕ້ອງໄດ້ກັກບໍລິເວນໃຫ້ຄົບ 7ວັນ.

ເວລາທີ່ນັກທ່ອງທ່ຽວຢູ່ໃນລາວ ແມ່ນຍັງຕ້ອງປະຕິບັດມາດຕະການ ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ້ນລາງມື, ສັງເກດອາການຕົນເອງ ຖ້າມີອາການຜິດປົກກະຕິ ຫຼື ມີຄວາມສ່ຽງ ແມ່ນໃຫ້ກວດດ້ວຍຕົນເອງ ແລະ ຖ້າຜົນເປັນບວກ ແມ່ນແຈ້ງໂຮງແຮມ ຫຼື ສະຖານທີ່ພັກເຊົາ ເພື່ອຈະໄດ້ຕິດຕໍ່ໄປຍັງໂຮງໝໍຕາມແຕ່ລະແຂວງ