ກຳປູເຈຍ ເລັ່ງກໍ່ສ້າງທາງດ່ວນສາຍທຳອິດ ຄາດຈະທົດລອງເປີດນຳໃຊ້ໃນເດືອນກໍລະກົດນີ້

127

ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ Sun Chanthal ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກຳປູເຈຍ ເປີດເຜີຍວ່າໂຄງການ ກໍ່ສ້າງທາງດ່ວນສາຍ ພະນົມເປັນ-ສີຫະນຸວິລ (Phnom Penh-Sihanoukville) ເຊິ່ງເປັນການລົງທຶນຂອງນັກລົງທຶນຈາກຈີນ ມີຄວາມຄືບໜ້າແລ້ວ 90,95% ໂດຍທາງດ່ວນສາຍນີ້ ກວ້າງ 24,5 ແມັດ ແລະ ຄວາມຍາວ 190 ກິໂລແມັດ ເລີ່ມກໍ່ສ້າງມາແຕ່ເດືອນມີນາ 2019 ໂດຍແມ່ນ ບໍລິສັດ China Road and Bridge Corporation ( CRBC ) ເປັນຜູ້ລົງທຶນກໍ່ສ້າງ ເຊິ່ງຈະພ້ອມທົດລອງເປີດນຳໃຊ້ໃນເດືອນກໍລະກົດປີນີ້ ໂດຍໃນເບື້ອງຕົ້ນຈະເປີດໃຊ້ບໍລິການແບບບໍ່ເສຍຄ່າ ເປັນເວລາ 1 ເດືອນ.

ຈາກນັ້ນ, ຈະເກັບຄ່າບໍລິການ 12 ໂດລາສະຫະລັດຕໍ່ຖ້ຽວໃນປີທຳອິດ ສຳລັບລົດໂດຍສານຂະໜາດນ້ອຍ ເຊິ່ງຄ່າເດີນທາງປົກກະຕິສຳລັບລົດໃຫຍ່ປະເພດນີ້ ຈະເກັບຄ່າບໍລິການແມ່ນ 10 ເຊັນຕໍ່ກິໂລແມັດ, ດັ່ງນັ້ນຄ່າບໍລິການໃນໄລຍະເວລາປົກກະຕິແມ່ນ 19 ໂດລາສະຫະລັດຕໍ່ຖ້ຽວ ແລະ ສາມາດຫຼຸດຜ່ອນໄລຍະເວລາການເດີນທາງ ຈາກ 5 ຊົ່ວໂມງ ເຫຼືອພຽງ 2 ຊົ່ວໂມງ.


ໂຄງການດັ່ງກ່າວເປັນອີກໜຶ່ງໂຄງການຮ່ວມມື ລະຫວ່າງ ກຳປູເຈຍ – ຈີນ ໃນຂອບເຂດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ( BRI ).