ແຈ້ງຂ່າວເສົ້າ! ທ່ານ ຄໍາຮຸ່ງ ເຮືອງວົງສີຶ ອາດີດເຈົ້າແຂວງຫົວພັນ ໄດ້ເຖິງແກ່ມໍລະນະກໍາແລ້ວ

307

ເກີດແກ່ເຈັບຕາຍເປັນເລື່ອງຂອງທຳມະດາຊີວິດມະນຸດທຸກຄົນຕ້ອງໄດ້ພົບພໍ້ ໂດຍບໍ່ເລືອກຊົນຊັ້ນວັນນະ, ນ້ອຍໃຫຍ່ ຍິງຊາຍ ທຸກຈົນຄົນຍາກ ລວມໄປເຖິງມີຊັ້ນຕຳແໜ່ງທຸກຢ່າງທີ່ມີຄາວຍັງມີຊີວິດເປັນພຽງຊົ່ວຄາວ ແຕ່ການຕ້ອງສູນເສຍບຸກຄົນສຳຄັນແມ່ນທຸກຄົນຍ່ອມໂສກເສົ້າເສຍໃຈເສຍດາຍ.

ແລະກໍ່ຖືວ່າເປັນເລື່ອງທີ່ເສົ້າໂສກອີກໜຶ່ງເລື່ອງ ທີ່ທາງຄະນະບໍລິຫານງານສູນກາງພັກ, ລັດຖະບານ ແຫ່ງ ສປປ ລາວ, ຫ້ອງວ່າການສູນກາງພັກ, ສູນກາງແນວລາວສ້າງຊາດ, ປົກຄອງແຂວງຫົວພັນ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ກະຊວງສາທາລະນະສຸກ, ອົງການກາແດງແຫ່ງຊາດລາວ ແລະ ທາງຄອບຄົວ ເຮືອງວົງສີ ທີ່ໄດ້ແຈ້ງຂ່າວເສົ້າສະຫຼົດໃຈ ມາໃຫ້ທຸກທ່ານໄດ້ຮັບຮູ້ກັນວ່າ:

ທ່ານ ຄຳຮຸ່ງ ເຮືອງວົງສີ ອາດີດກຳມະການສູນກາງພັກສະໄໝທີ 9 ອາດີດເລຂາພັກແຂວງ -ອາດີດເຈົ້າແຂວງ ຫົວພັນ, ອາດີດຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ອາດີດປະທານອົງການກາງແດງແຫ່ງຊາດລາວ ໄດ້ເສຍຊີວິດໃນເວລາ12:30 ຂອງວັນທີ 27 ເມສາ 2022 ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸ 70 ປີ.

ເຊິ່ງທ່ານ ຄຳຮຸ່ງ ເຮືອງວົງສີ ກໍ່ເປັນອີກຄົນໜຶ່ງທີ່ໄດ້ອຸທິດແກ່ປະເທດຊາດບ້ານເມືອງ ແລະ ການປະຕິວັດ ດັ່ງນັ້ນ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານ ທີ່ເປັນໃນບັນດາການນຳຂັ້ນສູງຂອງພັກ-ລັດ ຈຶ່ງແຈ້ງມາຍັງທຸກທົ່ວໜ້າເພື່ອຊາບຢ່າງທົ່ວເຖິງ. ເຊິ່ງການໄວ້ອາໄລຂອງທ່ານ ແມ່ນຈະຈັດເປັນເວລາ 4 ວັນນັບແຕ່ 27-30 ເມສາ 2022.

ສົບຂອງທ່ານແມ່ນບຳເພັນໄວ້ທີ່ເຮືອນຂອງເພິ່ນເອງ ບ້ານ ສີດຳດວນ ຮ່ອມ6 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ສ່ວນວັນຊາປານະກິດສົບແມ່ນຈະໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ເມສາ 2022 13:30 ນາທີທີ່ວັດ ເທບນິມິດ ທາດຝຸ່ນ.