ຜູ້ເດີນທາງຜ່ານດ່ານໜອງນົກຂຽນ ຫຼຸດລົງຫຼາຍມີພຽງນັກທຸລະກິດເປັນສ່ວນໃຫຍ່

134

ຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ສົ່ງຜົນໂດຍກົງຕໍ່ການເດີນທາງເຂົ້າ-ອອກ ຜ່ານດ່ານໜອງນົກຂຽນ ຫຼຸດລົງຫຼາຍພໍສົມຄວນ ເຖິງແມ່ນວ່າຈະເປີດໃຫ້ຜ່ານໄດ້ ເປັນປົກກະຕິແລ້ວ ແຕ່ຍັງມີພຽງບັນດານັກທຸລະກິດ ແລະ ວິຊາການທີ່ມີຄວາມຈຳເປັນເທົ່ານັ້ນທີ່ເດີນທາງເຂົ້າ-ອອກ.

ທ່ານ ພັນໂທ ດວງສົມພອນ ເພັງມະນີ ຫົວໜ້າດ່ານ ຕມ ໜອງນົກຂຽນ ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ສະພາບການເດີນທາງເຂົ້າ-ອອກ ຢູ່ດ່ານໜອງນົກຂຽນ ສປປ ລາວ ແລະ ດ່ານຕຣາປຣຽງກຽນ ຂອງກໍາປູເຈຍ ແມ່ນປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເຊິ່ງຜູ້ເດີນທາງອອກ ສປປ ລາວ ແມ່ນສາມາດອອກໄດ້ ຕາມປົກກະຕິ ແຕ່ຜູ້ທີ່ຈະເດີນທາງເຂົ້າມາຕ້ອງໄດ້ຮັບອານຸຍາດຈາກສະເພາະກິດຂັ້ນສູນກາງກ່ອນ ໂດຍອີງຕາມນະໂຍບາຍຜ່ອນຜັນແຕ່ລະໄລຍະ, ສໍາລັບຜູ້ທີ່ໄດ້ຮັບອານຸຍາດ ເຂົ້າ-ອອກ ຫລາຍເທື່ອ ຫລື ເດີນທາງເປັນປະຈໍາຈະໄດ້ຮັບອານຸຍາດໃຫ້ເຂົ້າໄດ້ເລີຍ.

ທ່ານ ພັນໂທດວງສົມພອນ ເພັງມະນີ ຍັງໃຫ້ຮູ້ອີກວ່າ: ກ່ອນການລະບາດຂອງພະຍາດໂຄວິດ-19 ແຕ່ລະປີມີຜູ້ເດີນທາງເຂົ້າ-ອອກດ່ານນີ້ປະມານ 10.000 ກວ່າຄົນ, ແຕ່ພາຍຫລັງມີສະພາບການລະບາດ ພະຍາດເກີດຂຶ້ນແລ້ວ ຈໍານວນຜູ້ເດີນທາງຜ່ານດ່ານນີ້ໄດ້ຫລຸດລົງຢ່າງຫລວງຫລາຍ ມີແຕ່ນັກທຸລະກິດ ແລະ ວິຊາການທີ່ມີຄວາມຈໍາເປັນເທົ່ານັ້ນທີ່ມາຜ່ານດ່ານນີ້ໄດ້, ສ່ວນນັກທ່ອງທ່ຽວແມ່ນບໍ່ມີເລີຍ.

ໂອກາດດຽວກັນ, ທ່ານ ແຫວນເພັດ ນາກວາງ ຮອງຫົວໜ້າດ່ານ ໜອງນົກຂຽນ ກໍໄດ້ໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຄ້າຊາຍແດນຢ່າງໜັກໜ່ວງ ປີຜ່ານມາດ່ານສາມາດສ້າງລາຍຮັບໄດ້ ປະມານ 7 ຕື້ກວ່າກີບ ໃນນັ້ນສິນຄ້າທີ່ຜ່ານດ່ານປະກອບມີ: ເຫລັກເສັ້ນ, ຖ່ານຫີນ, ເຄື່ອງອຸປະໂພກ, ກາເຟ, ຜັກ ແລະໝາກໄມ້. ແລະໃນປີ 2022 ນີ້ ດ່ານສາມາດສ້າງລາຍຮັບໄດ້ພຽງ 500 ລ້ານກວ່າກີບເທົ່ານັ້ນ, ສາເຫດທີ່ລາຍຮັບຫລຸດລົງ ແມ່ນຍ້ອນ ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ຂໍ້ມູນຈາກ: ຂປລ