ກວດ 30 ປາຍຮ້ານພົບ 16 ຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ

228

ການໃຫ້ບໍລິການແລກປ່ຽນເງິນຕາ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ຈຳເປັນໃນການເຄື່ອນໄຫວວຽກງານເສດຖະກິດ-ເງິນຕາ ຖ້າມີການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຈະເປັນປະກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນກະທົບຕໍ່ເສດຖະກິດ, ສະຖຽນລະພາບທາງດ້ານເງິນຕາ ແລະ ເປັນບໍ່ເກີດຂອງການປັ່ນປ່ວນອັດຕາແລກປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະພາບອັດຕາແລກປ່ຽນບໍ່ມີຄວາມສະຫງົບ.

ເມື່ອບໍ່ດົນມານີ້ ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດ ກະຊວງ ປກສ ລົງຕິດຕາມກວດກາຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະຢູ່ເຂດຕະຫຼາດຊັງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ສາມາດກວດກາໄດ້ ຈໍານວນ 33 ຮ້ານ ແລະ ປະກົດມີຜູ້ທີ່ຍັງດຳເນີນທຸລະກິດແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈຳນວນ 16 ຮ້ານ.

ຜ່ານການລົງຕິດຕາມກວດກາ ພົບຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໄດ້ອາໄສຊ່ອງທາງສື່ສັງຄົມອອນລາຍປະກາດໂຄສະນາຊື້-ຂາຍເງິນຕາ ແລະ ອັດຕາແລກປ່ຽນແບບໂຈ່ງແຈ້ງ ໂດຍນຳໃຊ້ບັນຊີສ່ວນຕົວຂອງຕົນ ຫຼື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະກິດແລກປ່ຽນເງິນຕາດຳເນີນການແລກປ່ຽນເງິນຕາ ໂດຍຮູບແບບການໂອນຜ່ານບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການແອບອ້າງວ່າຕົນແມ່ນຕາງໜ້າໃຫ້ກັບຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດ ເພື່ອບໍລິການແລກປ່ຽນເງິນຕາ.

ຕໍ່ປະກົດການດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.


ຂໍ້ມູນຈາກ: ຄວາມສະຫງົບ