22 ປີວັນຊັບສິນທາງປັນຍາໂລກ ຈັດຂຶ້ນພາຍໃຕ້ຄໍາຂວັນ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ”

126

ເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ, ທັງເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ.

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຈັດພິທີ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຂຶ້ນໃນວັນທີ 26 ເມສາ 2022ນີ້ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ມອນໄຊ ລາວມົວຊົງ, ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກະຊວງ ອຸດສາຫະກຳ ແລະ ການຄ້າ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມ, ຄູອາຈານ ແລະ ນັກສຶກສາ ຂອງມະຫາວິທະຍາໄລແຫ່ງຊາດ ຈຳນວນ 200 ກວ່າຄົນເຂົ້າຮ່ວມ.

ການຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ໃນປີນີ້ແມ່ນມີຂຶ້ນພາຍໃຕ້ຄຳຂວັນ: “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

ໃນໂອກາດດັ່ງກ່າວນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ ໄດ້ກ່າວເປີດພິທີວ່າ: ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປະຈໍາປີ 2022 ນີ້ ເປັນໂອກາດອັນດີສໍາລັບໄວໜຸ່ມ ໃນການຮຽນຮູ້, ທໍາເຂົ້າໃຈ ແລະ ນໍາໃຊ້ສິດຊັບສິນທາງປັນຍາ ເພື່ອບັນລຸເປົ້າໝາຍຂອງຕົນ, ຊຸກຍູ້ໃຫ້ມີການຫັນປ່ຽນແນວຄວາມຄິດໃຫ້ກາຍເປັນຮູບປະທໍາ, ຫັນສິດຊັບສິນທາງປັນຍາໃຫ້ກາຍເປັນການສ້າງລາຍຮັບ, ສ້າງວຽກເຮັດງານທໍາ ແລະ ຊຸກຍູ້ການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມລາວໂດຍລວມ. ພ້ອມນີ້ ເຊື່ອໝັ້ນວ່າການສະເຫຼີມສະຫຼອງ ໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ໄວໜຸ່ມ, ບັນດາທ່ານ ເຫັນໄດ້ຄວາມສໍາຄັນຫຼາຍຂຶ້ນ ໃນການນໍາໃຊ້ລະບົບຊັບສິນທາງປັນຍາ ເຊັ່ນ: ສິດ ຕໍ່ກັບເຄື່ອງໝາຍການຄ້າ, ແບບອຸດສາຫະກໍາ, ຖິ່ນກໍາເນີດ, ພັນພືດໃໝ່, ການນຳໃຊ້ສິດທິບັດ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເພື່ອຊ່ວຍໃຫ້ ຜູ້ຄົ້ນຄິດປະດິດສ້າງ ແລະ ໄວໜຸ່ມສາມາດບັນລຸເປົ້າໝາຍ ໃນການສ້າງອະນາຄົດທີ່ດີກວ່າ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນອະນາຄົດອັນໃກ້ນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນພາກສ່ວນຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວ ຈະເຮັດວຽກຮ່ວມກັບມະຫາວິທະຍາໄລຢ່າງໃກ້ຊິດ ເພື່ອເຊື່ອມສານວຽກງານຊັບສິນທາງປັນຍາເຂົ້າສູ່ສະຖາບັນການສຶກສາໃຫ້ຫຼາຍຂຶ້ນ ແນໃສ່ສ້າງພື້ນຖານໃຫ້ແກ່ການສ້າງນະວັດຕະກໍາຂອງໄວໜຸ່ມນັກສຶກສາ ແລະ ພັດທະນາຊັບສິນທາງປັນຍາຢູ່ ສປປ ລາວ ໃຫ້ທຽມທັນກັບພາກພື້ນ ແລະ ສາກົນ.

ນອກຈາກນີ້, ໃນວາລະການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກນີ້ ຍັງໄດ້ມີການຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ.

ມຸມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້, ກ້າທົດລອງການປະດິດສ້າງສິ່ງໃໝ່ໆ ເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຼແກຼມຄອມພິວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ.
ຂ່າວ: ຈັນນະພາ
ຮູບ: ສຸນັນໄຊ