ແຈ້ງໂຈະ! ການອອກຫວຍພັດທະນາ ວັນຈັນ ທີ 2 ພຶດສະພາ 2022

239

ກະແສຫວຍມາແຮງບໍ່ຢຸດ ໂດຍປົກກະຕິກໍ່ອອກອາທິດລະ 3 ຄັ້ງ ຄືວັນຈັນ, ພຸດ ແລະ ສຸກ ແຕ່ຫຼ້າສຸດ ໄດ້ແຈ້ງຢຸດອອກຫວຍໄປ 1 ວັນ ຄືວັນຈັນທີ 2 ພຶດສະພາ 2022 ທີ່ຈະມາເຖິງນີ້.

ຢ່າງເປັນທາງການ ເມື່ອກະຊວງການເງິນ ກໍ່ຄືບໍລິສັດລັດວິສາຫະກິດ ຫວຍພັດທະນາໄດ້ອອກແຈ້ງການເລກທີ 0413/ຫພນ ລົງວັນທີ 25 ເມສາ 2022 ເລື່ອງການໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາໃນວັນຈັນ ທີ 2 ພຶດສະພາ 2022.

ເຊິ່ງວ່າທາງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍ ພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວັນຈັນ, ວັນທີ 02 ພຶດສະພາ 2022 ເປັນວັນພັກຊົດເຊີຍ ວັນກໍາມະກອນສາກົນ ຄົບຮອບ 136 ປີ (ວັນທີ 01 ພຶດສະພາ 2022)

ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາໜ່າຍຫວຍ ພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 02 ພຶດສະພາ 2022, ບໍ່ມີການອອກທົດແທນຄືນ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຕົວແທນຈໍາໜ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນເພື່ອຊາບ