25 ເມສາ-1 ພຶດສະພາ ອາກາດຮ້ອນຫາຮ້ອນເອົ້າ ແລະ ຝົນຕົກໜັກ

161

ກ້າວເຂົ້າສູ່ລະດູຝົນ ການເດີນທາງໄປມາຂຶ້ນເໜືອລົງໃຕ້ ບໍ່ວ່າຈະທາງບົກ ແລະ ອາກາດ ຄວາມປອດໄພຕ້ອງມາກ່ອນ ຄວນເຊັກ ຫຼື ກວດສອບພະຍາກອນອາກາດຢູ່ສໝ່ຳສະເໝີ. ເນື່ອງຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດແຕ່ວັນທີ 25 ເມສາ – 1 ພຶດສະພາ 2022 ໂດຍມີໃຈຄວາມວ່າ:

ໃນໄລຍະວັນທີ 25-28 ເມສາ 2022 ບໍລິເວນຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງລາວ ດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ ພ້ອມທັງມີໝອກແຫ້ງປົກຄຸມໃນຕອນກາງເວັນ ແລະ ຈະເຮັດໃຫ້ມີຝົນຕົກດ ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນ.

ຈາກນັ້ນວັນທີ 29- 1 ພຶດສະພາ 2022 ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຈະເພີ່ມກຳລັງແຮງຂຶ້ນປົນຄຸມທຸກພາກຂອງລາວ ພ້ອມດຽວກັນສອງກະແສລົມຕາເວັນຕົກ ແລະ ລົມຕາເວັນຕົກອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຮ້ອນເອົ້າຂຶ້ນ ພ້ອມມີໝອກແຫ້ງປົກຄຸມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນຈຶ່ງຝາກເຕືອນ ລະວັງສະພາບອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຝົນຕົກໜັກຟ້າຮ້ອງ ຟ້າເຫຼື້ອມ ຈຶ່ງເຕືອນທຸກຄົນ ຈົ່ງມີສະຕິຕໍ່ສະພາບອາກາດຮ້ອນອົບເອົ້າທີ່ອາດຈະພາໃຫ້ເກີດອັກຄີໄພ