ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ

64

ຈາກນີ້ຕ້ອງໄປແລ້ວ ສຳລັບສາຍທຳມະຊາດແທ້ໆ ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ. ທ່ານນາງສອນທິດາ ອຸນາພົມ ອໍານວຍການບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໄດ້ເລີ່ມພັດທະນາແຫລ່ງທ່ອງທ່ຽວຕາດເຍືອງມາແຕ່ປີ 2011 ໂດຍເຕົ້າໂຮມເອົາປະຊາຊົນຢູ່ເຂດໃກ້ຄຽງ ຈໍານວນ 19ຄອບຄົວ ໃຫ້ເຂົ້າມາມີສ່ວນຮ່ວມໃນດ້ານຕ່າງໆປິ່ນອ້ອມວຽກງານທ່ອງທ່ຽວ, ແລະເພີ່ມຂື້ນເປັນ 70ຄອບຄົວ ມີຈໍານວນນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ອງທ່ຽວເພີ່ມຂຶ້ນຈໍານວນຫລວງຫລາຍ.

ແຕ່ຮອດທ້າຍເດືອນກັນຍາ 2019 ເລີ່ມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19 ຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຫລຸດລົງຢ່າງຫລວງຫລາຍ ເຊິ່ງເປັນສະພາບລວມຂອງທົ່ວໂລກ, ແຕ່ດ້ວຍຄວາມເປັນຫ່ວງເປັນໃຍຂອງລັດຖະບານ ກໍຄືກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ທີ່ໄດ້ມີນະໂຍບາຍສົ່ງເສີມການທ່ອງທ່ຽວຄືນໃໝ່ ເຊິ່ງເລີ່ມແຕ່ປີໃໝ່ລາວມາຮອດໄລຍະນີ້ ເຫັນວ່າຈໍານວນນັກທ່ອງທ່ຽວ ໄດ້ເລີ່ມເຂົ້າມາທ່ອງທ່ຽວຫລາຍຂຶ້ນ ໂດຍສະເພາະຂະບວນລາວທ່ຽວລາວ ບວກກັບແຫລ່ງທ່ອງທ່ຽວມີຫລາຍກິດຈະກໍາປິ່ນອ້ອມ ເປັນຕົ້ນກຸ່ມໄກ້ນໍາທ່ຽວ, ກຸ່ມຫັດຖະກໍາ, ສວນກາເຟ, ປູກພືກຜັກໝາກໄມ້ ແລະນໍາເອົາຜົນຜະລິດມາຈໍາໜ່າຍຢູ່ໃນສະຖານທີ່ແຫລ່ງທ່ອງທ່ຽວ ເຖິງວ່າໄດ້ຮັບຜົນກະທົບ ກໍສາມາດກຸ້ມຕົນເອັງໄດ້ ໂດຍໄດ້ນໍາໃຊ້ການດໍາລົງຊີວິດແບບໃໝ່ ຕາມຄະນະສະເພາະກິດວາງອອກ ຄືການທ່ອງທ່ຽວແບບໃໝ່ທີ່ປອດໄພ.

ທ່ານນາງສອນທິດາ ອຸນາພົມ ອໍານວຍການບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ໃຫ້ຮູ້ອີກວ່າ: ຍ້ອນການບໍລິການແບບປະຊາຊົນມີສ່ວນຮ່ວມ ໂດຍຕິດພັນກັບມະຊາດ ປີ 2022 ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ ທ່ອງທ່ຽວແບບຍືນຍົງອາຊຽນ ຍ້ອນເປັນແຫລ່ງທ່ອງທ່ຽວແບບທໍາມະຊາດ, ທັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊົນຢູ່ເຂດໃກ້ຄຽງ ມີສ່ວນຮ່ວມໃນກິດຈະກໍາການທ່ອງທ່ຽວ ເປັນຕົ້ນ ການຜະລິດກະສິກໍາສະອາດ ແລະໃຫ້ບໍລິການດ້ານອື່ນໆແກ່ນັກທ່ອງທ່ຽວ. ປະຈຸບັນກໍາລັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ຫາກລັດຖະບານມີນະໂຍບາຍເປີດປະເທດຮັບນັກທ່ອງທ່ຽວຄືນໃໝ່.

ນໍ້າຕົກຕາດເຍືອງກໍາເນີດຈາກສາຍຫ້ວຍບັ້ງລຽງຢູ່ເຂດບ້ານຫລັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກຊ່ອງໄປທາງທິດຕາເວັນຕົກປະມານ 10ກິໂລແມັດ, ສາມາດເດີນທາງດ້ວຍທາງລົດເຂົ້າເຖິງສະຖານທີ່ດ້ວຍຄວາມສະດວກ, ຕາດເຍືອງເປັນຕາດສູງຊັນປະມານ 50ແມັດ, ສອງຟາກຝັ່ງເປັນຜາເຫວເລິກ ໃນອາດີດເຄີຍມີເຍືອງສອງໂຕ ຜົວ-ເມຍ ອາໄສຢູ່ດ້ານລຸ່ມຂອງຕາດນີ້ ສະນັ້ນປະຊາຊົນໃນທ້ອງຖິ່ນຈຶ່ງເອີ້ນສະຖານທີ່ແຫ່ງນີ້ວ່າ ຕາດເຍືອງ.
ຈາກ: Lao National Radio