ທ່ານ ນາງ ທິບພະກອນ ຈັນທະວົງສາ ຢ້ຽມຢາມໂຮງງານຂຸດຄົ້ນ ປຸງແຕ່ງທອງ – ຄໍາ ຂອງພູຄໍາ ບໍລິສັດພູເບ້ຍ ມາຍນິງ

207

ວັນທີ 22 ເມສານີ້ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານຂຸດຄົ້ນ ປຸງແຕ່ງທອງ – ຄໍາ ຂອງພູຄໍາ ບໍລິສັດພູເບ້ຍ ມາຍນິງ ຢູ່ເມືອງອະນຸວົງ ແຂວງ ໄຊສົມບູນ, ໃຫ້ການຕ້ອນຮັບຂອງ ທ່ານ ຈັນເພັງ ບຸນນະຜົນ ປະທານບໍ ລິສັດ ພູເບ້ຍ ມາຍນິງ ແລະ ທ່ານ ເຫວີນ ຟູ ຫວັງ ຜູ້ອໍານວຍ ການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍພະນັກງານ ພາຍ ໃນບໍລິສັດ ແລະ ພາຍໃນໂຮງ ງານພູຄໍາ.

ໃນໂອກາດນີ້ ທ່ານ ນາງ ທິບພະກອນ ຈັນທະວົງສາ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ໂດຍຫຍໍ້ ກ່ຽວກັບຂັ້ນຕອນການຂຸດຄົ້ນ ປຸງແຕ່ງ ທອງ – ຄໍາ ແລະ ການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະປີ 2021 ຜ່ານມາ, ອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວຽກງານແຜນການໃນປີ 2022 ຈາກທ່ານ ນາງ ມະນີລັດ ອາລຸນລັງສີ ຜູ້ປະສານງານຝ່າຍລັດຖະບານລາວ ຂອງບໍລິ ສັດ ພູເບ້ຍ ມາຍນິງ

ພາຍຫລັງໄດ້ຮັບຟັງການລາຍງານ, ທ່ານ ນາງ ທິບພະກອນ ຈັນທະວົງສາ ໄດ້ໃຫ້ກຽດມີຄໍາເຫັນ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍທີ່ ຄະນະນໍາ ຂອງບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍພະນັກງານທຸກຄົນທີ່ພ້ອມກັນເອົາໃຈວຽກງານຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນ ສໍາເລັດ, ພ້ອມທັງເນັ້ນໜັກໃຫ້ ບໍລິສັດ ພູເບ້ຍ ມາຍນິງ ຈັດຕັ້ງປະຕິບັດວຽກງານທີ່ທາງບໍລິສັດວາງແຜນເອົາໄວ້ ໃຫ້ໄດ້ ຮັບໝາກຜົນ ໂດຍການປະຕິບັດພັນທະ ແລະ ນະໂຍບາຍຕໍ່ພະນັກງານພາຍໃນບໍລິ ສັດບໍລິສັດກໍ່ຄືໂຮງງານ ຂຸດຄົ້ນ ປຸງແຕ່ງທອງ – ຄໍາ ຂອງພູຄໍາ,

ຈາກນັ້ນ ຄະນະໄປທ່ຽວຊົມພາກສະຫນາມເພື່ອໄປເບິ່ງເຮັດວຽກຕົວຈິງຂອງ ອ້າຍນ້ອງ ກຳມະກອນ ພາຍໃນໂຮງງານ ເປັນຕົ້ນ: ສູນຄວບຄຸມ ແລະ ຂັ້ນ ຕອນການຜະລິດທອງ-ຄໍາ ແລະ ເງິນ, ເຄື່ອງຈັກຂົບຫີນ ແລະ ທ່ຽວຊົມຈຸດຊົມບໍ່ ແລະ ອື່ນໆ.

ຈາກ: Lao National Radio