ປະຊາຊົນ 9 ບ້ານ ພາຍໃນເມືອງປາກແຊງ ຮັບໄກ່ຄອບຄົວລະ 10 ໂຕໄປລ້ຽງ

206

ວັນທີ 21 ເມສາ 2022 ນີ້ ຢູ່ສະໂມສອນບ້ານ ປາກເກງ ເມືອງປາກແຊງ ແຂວງຫຼວງພະບາງ ໄດ້ຈັດພິທີມອບໄກ່ ໃຫ້ປະຊາຊົນ 9 ບ້ານ, ໂດຍການເປັນປະທານຂອງ ທ່ານ ອຸນຸສັກ ພອນສະຫວັນ ຮອງເຈົ້າເມືອງປາກແຊງ, ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍທີມງານມາຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ -ເມືອງ, ມີບັນດາຄະນະປົກຄອງບ້ານ ແລະພ້ອມດ້ວຍປະຊາຊົນ

ທ່ານ ສີສະໝຸດ ພົງສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ລາຍງານການມອບສັດປີກ(ໄກ່)ໃນຄັ້ງນີ້ ໂດຍມີບ້ານເປົ້າໝາຍຂອງໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການຫຼຸດຜ່ອນຄວາມສ່ຽງ ແລະຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດໜ້ອຍຢູ່ແຂວງພາກເໜືອ ( OSRO/LAO/100/JPN) ມີ 9 ບ້ານ.

ເຊິ່ງໃນນີ້ບ້ານ ປາກເກງ ,ມີ 125 ຄອບຄົວ, ບ້ານ ຫົວແກ້ງ , ມີ 56 ຄອບຄົວ, ບ້ານ ຫາດສະງອນ,ມີ 61 ຄອບຄົວ, ບ້ານ ຫາດຮວາຍ ,ມີ 38 ຄອບຄົວ, ບ້ານ ໜອງຟ້າແດດ,ມີ 87 ຄອບຄົວ, ບ້ານ ດອນຄູນ,ມີ 28 ຄອບຄົວ, ບ້ານ ຫ້ວຍໂທນ,ມີ 5 ຄອບຄົວ, ບ້ານ ວັງພົມ,ມີ 20 ຄອບຄົວ ແລະ ບ້ານ ສົບເຜືອກ,ມີ 28 ຄອບຄົວ, ລວມທັງໝົດ ມີ 448 ຄອບຄົວ,ໂດຍລວມສັດປີກທີ່ໄດ້ນຳມາມອບໃຫ້ 9 ບ້ານນີ້ ລວມທັງໝົດ 4.050 ໂຕ ແລະໃນການມອບຍັງໄດ້ແບ່ງ ເປັນ 5 ຊຸດ,ຄອບຄົວລະ 10 ໂຕ.

ສໍາລັບໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສໍາລັບຊາວກະສິກອນຂະໜາດໜ້ອຍຢູ່ແຂວງພາກເໜືອ (OSRO/LAO/100/JPN) ,ແມ່ນທືນຊ່ວຍເຫຼືອລ້າ ຈາກປະເທດຍີ່ປຸ່ນ ນຳເຂົ້າມາຊ່ວຍເຫຼືອໃຫ້ແກ່ປະຊາຊົນຈຳນວນໜຶ່ງ ເພື່ອນຳໄປຜັນຂະຫຍາຍ ແລະປັບປຸງດຳລົງຊີວິດການເປັນຢູ່ໃນຄອບຄົວໃຫ້ດີຂື້ນ ແລະໃຫ້ປະຊາຊົນສຸມໃສ່ໃນການຜະລິດພາຍໃນຄອບຄົວ ໃຫ້ມີຄວາມເຂັ້ມແຂງໂດດເດັ່ນ ແລະ ກຸ້ມກິນ, ໃຫ້ພ້ອມກັນຈັດຕັ້ງປະຕິບັດເອົາໃຈໃສ່ລ້ຽງ ແລະ ນຳໃຊ້ໃຫ້ຖຶກຫຼັກການເຕັກນິກວິຊາຂອງກະສິກຳ ໃນການລ້ຽງເພື່ອໃຫ້ມັນມີປະສິດທິຜົນ ແລະ ຢືນຍົງໃນອະນາຄົດ.

ຂ່າວ: ເມືອງປາກແຊງ