ເມືອງຈອມເພັດ ກຳລັງຈະເນລະມິດໃຫ້ມີບ່ອນທ່ຽວໃໝ່ໃນເນື້ອທີ່ 33 ເຮັກຕາ

286

ເວົ້າເລື່ອງທຸລະກິດ ໂຮງແຮມ-ຣີສອດ,ບ້ານຈັດສັນ,ບ້ານພັກ ເຫຼົ່ານີ້ຖືວ່າເກີດຂຶ້ນຢ່າງຫຼວງຫຼາຍໃນປະເທດລາວ ໂດຍສະເພາະໃນເຂດເມືອງທີ່ເປັນແຫຼ່ງທ່ອງທ່ຽວ ເນື່ອງຈາກວ່າບັນດານັກລົງທຶນໄດ້ເລັງເຫັນຊ່ອງທາງການຂະຫຍາຍທາງທຸລະກິດ, ການພັດທະນາ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມທີ່ນັບມື້ນັບຫຼາຍຂຶ້ນໃນທຸກໆປີ.

ເພື່ອຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວທີ່ຫຼາກຫຼາຍຂຶ້ນ ບໍລິສັດ ລາວກຣີນພາວເວີຄອບໂປເຣຊັນ ຈໍາກັດ ຈະຈົກທຶນ 15 ລ້ານໂດລາສະຫະລັດ ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 33 ເຮັກຕາ 3.294 ຕາແມັດ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງ ເພື່ອພັດທະນາເປັນໂຮງແຮມ-ຣີສອດ,ບ້ານຈັດສັນ,ບ້ານພັກ,ສວນສັດ,ສວນຟື້ນຟູສຸຂະພາບ(ສວນສາທາລະນະອອກກໍາລັງກາຍ),ສວນພຶກສາສາດ ແລະ ແຫຼ່ງທ່ອງທ່ຽວແບບທໍາມະຊາດ.

ພິທີລົງນາມໄດ້ຈັດຂຶ້ນ ໃນ ວັນທີ 20 ເມສາ 2022 ນີ້ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ລະຫວ່າງ ທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ກັບ ທ່ານ ໄຊຊະນະ ທອງຄໍາຈັນ ຮອງອໍານວຍການ ບໍລິສັດ ລາວກຣີນພາວເວີຄອບໂປເຣຊັນ ຈໍາກັດ, ມີທ່ານເຈົ້າເມືອງໆຈອມເພັດ,ມີບັນດາຫົວໜ້າພະແນກການອ້ອມຂ້າງທີ່ກ່ຽວ ຂ້ອງ ພ້ອມດ້ວຍພະນັກງານຂອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບເນື້ອທີ່ດິນທີ່ສໍາປະທານ 33 ເຮັກຕາ 3.294 ຕາແມັດ, ມີອາຍຸສັນຍາ 30 ປີ, ມູນຄ່າການລົງທຶນ 15 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 5 ລ້ານໂດລາສະຫະລັດ, ສ່ວນຜູ້ທີ່ຖືກຜົນກະທົບໃນເຂດຂອງການກໍ່ສ້າງແມ່ນບໍລິສັດຈະຊົດເຊີຍໃຫ້ປະຊາຊົນ. ພ້ອມນັ້ນບໍລິສັດຈະໄດ້ມອບເງິນຄໍ້າປະກັນໂຄງການຈໍານວນ 30.000 ໂດລາສະຫະລັດ, ເຊິ່ງເງິນດັ່ງກ່າວຈະໄດ້ສົ່ງຄືນບໍລິສັດ ພາຍຫຼັງໄດ້ກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການສໍາເລັດເກີນ 25%.